ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕອນບ່າຍວັນທີ 9 ກໍລະກົດນີ້, ຢູ່ສຳນັກງານນາຍົກລັດຖະມົນຕີທີ່ແບກແລັງປະເທດເຢຍລະມັນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ແລະ ທ່ານນາງແອງເຈີລາ ເມີເຄວ ນາຍົກລັດຖະມົນຕີເຢຍລະມັນໄດ້ເຂົ້າຮ່ວມພິທີຖະແຫຼງຂ່າວຫຼັງຮ່ວມກັນເປັນປະທານກອງປະຊຸມປຶກສາຫາລືລະຫວ່າງລັດຖະບານຈີນ-ເຢຍລະມັນ ເພື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບຜົນການປຶກສາຫາລືດັ່ງກ່າວ.
ທ່ານຫຼີເຄີ້ສຽງກ່າວວ່າ, ກອງປະຊຸມປຶກສາຫາລືຄັ້ງນີ້ໄດ້ຮັບຜົນສຳເລັດທີ່ອຸດົມສົມບູນໃນຂົງເຂດທີ່ກວ້າງຂວາງ ແລະ ໄດ້ເປີດການຮ່ວມມືໃໝ່ທີ່ຫັນໜ້າໄປສູ່ອະນາຄົດລະຫວ່າງຈີນກັບເຢຍລະມັນ. ໃນຂະບວນການເປີດປະຕູສູ່ພາຍນອກຮອບໃໝ່, ຈີນຈະສືບຕໍ່ປັບປຸງສະພາບແວດລ້ອມການຕະຫຼາດໃຫ້ດີຂຶ້ນ ແລະ ເພີ່ມທະວີການປົກປ້ອງຊັບສິນທາງປັນຍາ. ຈີນຍິນດີໃຫ້ວິສາຫະກິດເຢຍລະມັນຄວ້າເອົາໂອກາດໃໝ່ໃນພາລະກິດປະຕິຮູບ ແລະ ເປີດປະຕູສູ່ພາຍນອກຮອບໃໝ່ຂອງຈີນ. ທຸກຝ່າຍຄວນພິຈາລະນາເຖິງການຮ່ວມມືດ້ານເຕັກນິກດ້ວຍຄວາມໝັ້ນໃຈຫຼາຍກວ່າເກົ່າ ແລະ ມີທ່າທີທີ່ເປີດກວ້າງກວ່າເກົ່າ ໃນຍຸກຫັນເປັນຂໍ້ມູນຂ່າວສານ ແລະ ການປະຕິວັດດ້ານເຕັກນິກທີ່ພັດທະນາຢ່າງບໍ່ຢຸດຢັ້ງ. ໂດຍຜ່ານຈາກການຮ່ວມມືຕົວຈິງຕ່າງໆ, ຈີນ ແລະ ເຢຍລະມັນໄດ້ສະແດງໃຫ້ເຫັນວ່າ, ສອງປະເທດສຸມກຳລັງປົກປ້ອງລັດທິຫຼາຍຝ່າຍ ແລະ ການຄ້າເສລີ ເພື່ອຊຸກຍູ້ການພັດທະນາຂອງທັງສອງຝ່າຍ ແລະ ຊຸກຍູ້ໃຫ້ເສດຖະກິດໂລກຟື້ນຄືນ.
ທ່ານຫຼີເຄີ້ສຽງຍັງໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບກອງປະຊຸມສຸດຍອດຈີນ-ປະເທດເອີຣົບກາງ ແລະ ເອີຣົບຕາເວັນອອກ ທີ່ຫາກໍ່ສິ້ນສຸດລົງ ໂດຍກ່າວວ່າ, “ຂອບການຮ່ວມມື 16 + 1” ແມ່ນເວທີຮ່ວມມືທີ່ຈີນແລະບັນດາປະເທດເອີຣົບກາງແລະເອີຣົບຕາເວັນອອກຮ່ວມກັນສ້າງຂຶ້ນ ແລະ ແມ່ນສ່ວນປະກອບສຳຄັນ ແລະ ເປັນການຊ່ວຍຊູຍູ້ໜູນກັນທີ່ມີຜົນປະໂຫຍດສຳລັບການພົວພັນຈີນ-ເອີຣົບ.
ຄຳເຫັນ
0