蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 8 ຂອງກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຣັບ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ

2018-07-10 14:35:24 CRI

ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 8 ຂອງກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຣັບ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ຕອນ​ເຊົ້​າ​ວັນ​ທີ 10 ກໍ​ລະ​ກົດ​ນີ້. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ສົມ​ເດັດ​ອານ-ຊາ​ບາ​ຮ ອາເມຍ​ແຫ່ງ​ລັດ​ກູ​ເວດ​ທີ່​ພວມ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ, ລັດ​ຖ​ະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ ຫຼື ​ກະ​ຊວງ​ອື່ນໆຂອງ 21 ປະ​ເທດ​ອາ​ຣັບ ພ້ອມ​ດ້ວຍ​ທ່ານ​ອາ​ເມັດ ອັບ​ບູນ ເກ​ອິດ ເລ​ຂາ​ທິ​ການ​ໃຫຍ່​ສັນ​ນິ​ບາດຊາດ​ອາ​ຣັບ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ປາ​ໄສ​ສຳ​ຄັນ ເພື່ອ​ເຜີຍ​ແຜ່​ນະ​ໂຍ​ບາຍ​ສຳ​ຄັນ​ຂອງ​ຈີນ​ໃນ​ການ​ຮ່ວມ​ມື​ກັບ​ໂລກ​ອາ​ຣັບ.

ຂ່າວ​ແຈ້ງວ່າ, ໃນ​ເວ​ລາ​ກ່າວ​ປາ​ໄສ, ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ບັນ​ຍາຍ​ຄວາມ​ເຫັນ​ຂອງ​ຈີນ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ ເຊັ່ນ: ເພີ່ມ​ທະ​ວີ​ການ​ອອກ​ແບບ​ຊັ້ນ​ສູງ​ສຸດ​ໃນ​ການ​ຮັດ​ແໜ້ນ​ການ​ພົວ​ພັນ​ຈີນ-ອາ​ຣັບ, ວາງ​ແຜນ​ການ​ຮ່ວມ​ມື​ເປັນ​ໝູ່​ຄະ​ນະ, ການ​ສ້າງ​ເວ​ທີ​ປຶກ​ສາ​ຫາ​ລື​ຊີ້​ນຳ ແລະ ອື່ນໆ ທັງ​ໄດ້​ມີ​ຂໍ້​ລິ​ເລີ່ມ​ສຳ​ຄັນ​ສຳ​ລັບ​ຈີນ​ກັບ​ອ​າ​ຣັບ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພາຍ​ໃຕ້​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ບັນ​ຍາຍ “ແຜນ​ການ​ຂອງ​ຈີນ” ເພື່ອ​ແກ້​ໄຂ​ບັນ​ຫາ​ພົ້ນ​ເດັ່ນ​ຕ່າງໆ​ທີ່​ຕາ​ເວັນ​ອອກ​ກາງ​ຜະ​ເຊີນ ແລະ ຕອບ​ສະ​ໜອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ບັນ​ດາ​ຝ່າຍ.

ຄຳ​ເຫັນ

0