蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ການ​ຈະ​ໃຊ້​ນະ​ໂຍ​ບາຍ​ເພື່ອຫຼຸດ​ຜ່ອນ​​ຜົນ​ສະ​ທ້ອນ​ທີ່​ເກີດ​ຈາກຄວາມ​ຂັດ​ແຍ້ງ​​ທາງການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ຣິ​ກາ

2018-07-10 14:36:23 CRI

ວັນ​ທີ 9 ກໍ​ລະ​ກົດ​ນີ້, ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ​ຈີນຈະ​ໃຊ້ຫຼາຍ​ມາດ​ຕະ​ການ​ເພື່ອຫຼຸດ​ຜ່ອນ​​ຜົນ​ສະ​ທ້ອນ​ທີ່​ເກີດ​ຈາກຄວາມ​ຂັດ​ແຍ້ງ​ທາງ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ຣິ​ກາ.

ທ່ານ​ກ່າວ​ວ່າ, ຈີນ​​ໄດ້ຄົ້ນ​ຄວ້າ​​ໃນ​ການ​ໃຊ້​ມາດ​ຕະ​ການ​ດັ່ງ​ຕໍ່​ໄປ​ນີ້: ສືບ​ຕໍ່​ປະ​ເມີນ​ຜົນ​ກະ​ທົບ​ຕໍ່ວິ​ສາ​ຫະ​ກິດ​ປະ​ເພດ​ຕ່າງໆ; ​ພາ​ສີ​ທີ່​ໄດ້​ມາ​ຈາກມາດ​ຕະ​ການ​ຕອບ​ໂຕ້​​ຕົ້ນ​ຕໍ​​ຈະ​ນຳໃຊ້​ເຂົ້າ​ໃນ​ການຫຼຸດ​ຜ່ອນ​ຄວາມ​ເສຍ​ຫາຍຂອງວິ​ສາ​ຫະ​ກິດ ແລະ ພະ​ນັກ​ງານ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຄວາມ​ຂັດ​ແຍ້ງ​ການ​ຄ້າ; ສົ່ງ​ເສີມ​ໃຫ້​ວິ​ສາ​ຫະ​ກິດ​ປັບ​​ໂຄງ​ປະ​ກອບ​ນຳ​ເຂົ້າ, ເພີ່ມ​ການ​ນຳ​ເຂົ້າຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ເຊິ່ງ​ລວມ​ທັງໝາກ​ຖົ່ວ​ເຫຼືອງ, ຜະ​ລິດ​ຕະ​ພັນ​ນ້ຳ ແລະ ລົດ ຈາກ​ປະ​ເທດ​ອື່ນ. ຂະ​ນະ​ທີ່​ຈີນ​ຄົ້ນ​ຄວ້າ​ບັນ​ຊີ​ລາຍ​ການຜະ​ລິດ​ຕະ​ພັນ​ຕອບ​ໂຕ້​ການ​ຂຶ້ນ​​ພາ​ສີ​ຂອງ​ອາ​ເມ​ຣິ​ກາ ກໍ​ໄດ້​ພິ​ຈາ​ລະ​ນາ​ເຖິງ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ຈາກ​ປະ​ເທດ​ອື່ນ​ແທນ​ອາ​ເມ​ຣິ​ກາ ແລະ ຜົນ​ສະ​ທ້ອນ​ໂດຍລວມ​ຕໍ່​ການ​ຄ້າ ແລະ ການ​ລົງ​ທຶນ​ຢ່າງ​ເຕັມ​ທີ່​ກ່​ອນ​ແລ້ວ.

ໂຄ​ສົກ​ທ່ານ​ນີ້​ກ່າວ​ຕື່ມ​ວ່າ, ຈີນ​ຍັງ​ໄດ້​ປັບ​​ນະ​ໂ​ຍບາຍໃຫ້​ສົມ​ຄູ່​ກັນ​ເລື້ອຍໆ.

ຄຳ​ເຫັນ

0