蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແຂວງ​ພູ​ເກັດ​ຈະ​ໃຫ້​ຄ່າ​ຊົດ​ເຊີຍ 2,1 ລ້ານ​ບາດ​ຕໍ່​ຄົນ​ແກ່​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ການ​ເຮືອ​ຫຼົ້ມ

2018-07-11 15:35:32 CRI

ວັນ​ທີ 10 ກໍ​ລະ​ກົດ​ນີ້, ທ່ານ​​ຖາ​ວອນ​ວັດ ​ຄົງແກ້ວ ຮອງ​ເຈົ້າ​ແຂວງ​ແຂວງ​ພູ​ເກັດ​ໄດ້​ຈັດ​ກອງ​ປະ​ຊຸມ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຢູ່​ໂຮງ​ໝໍ​ວະ​ຊິ​ຣະພູ​ເກັດ ໂດຍ​ໄດ້​ປຶກ​ສາ​ຫາ​ລື​ເລື່ອງ​ໃຫ້​ຄ່າ​ຊົດ​ເຊີຍ​ໃນເຫດ​ການ​​ເຮືອ​ທ່ອງ​ທ່ຽວຫຼົ້ມ. ອີງ​ຕາມ​ແຜນ​ການ, ແຂວງ​ພູ​ເກັດ​ກຽມ​ຈະ​ໃຫ້​ຄ່າຊົດ​ເຊີຍ 2,1 ລ້ານ​ບາດ​ຕໍ່​ຄົນ​ແກ່​ຜູ້​ເສຍ​ຊີ​ວິດ​ ແລະ ຈະ​ໃຫ້​ຄ່າຊົດ​ເຊີຍ​ແກ່ຜູ້​ຖືກ​ບາດ​ເຈັບ​ສູງ​ສຸດ​ບໍ່​ເກີນ 1,01 ລ້ານ​ບາດ.

ເຈົ້າ​ໜ້າ​ທີ່​ອຳ​ນາດ​ການ​ປົກ​ຄອງ​ແຂວງ​ພູ​ເກັດ​ກ່າວ​ວ່າ, ຍາດ​​ຕິພີ່​ນ້ອງ​ທີ່​ຖືກ​ຕ້ອງ​ຕາມກົດ​ໝາຍ​ຂອງ​ຜູ້​ເສຍ​ຊີ​ວິດ​ເທົ່າ​ນັ້ນ ຈິ່ງ​ຈະ​​ມີ​ສິດ​ຮັບ​ຄ່າ​ຊົດ​ເຊີຍ​ດັ່ງ​ກ່າວ ແລະ ຄ່າ​ປິ່ນ​ປົວ​ຜູ້​ບາດ​ເຈັບ​ໃນ​ໄລ​ຍະ​ປິ່ນ​ປົວ​ຢູ່​ໄທ​ຈະ​ລວມ​ຢູ່​ໃນຄ່າ​ຊົດ​ເຊີຍ​ຂອງ​ຜູ້​ຖືກ​ບາດ​ເຈັບ​ເຊັ່ນ​ກັນ.

ກ່ອນ​ໜ້າ​ນີ້, ກະ​ຊວງ​ທ່ອງ​ທ່ຽວ ແລະ ກິ​ລາ​ໄທ​ໄດ້​ຈັດ​ກອງ​ປະ​ຊຸມ​ໃນ​ວັນ​ທີ 9 ກໍ​ລະ​ກົດ​ນີ້ ແລະ ກຽມ​ຈະ​ເບີກຈ່າຍ​ງົບ​ປະ​ມາ​ນ 63,9 ລ້ານ​ບາດ ເພື່​ອ​​ເປັນ​ຄ່າ​ຊົດ​ເຊີຍ​ສຳ​ລັບ​ເຫດ​ການ​ເຮືອ​ຫຼົ້ມ​ໃນ​ຄັ້ງ​ນີ້.

ຄຳ​ເຫັນ

0