黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຫະ​ພາບ​ເອີ​ລົບ​ແລະ​ກຸ່ມ​ນາ​ໂຕ​ລົງ​ນາມ​ຖະ​ແຫຼງ​ການ​ຮ່ວມ​ສະ​ບັບ​ໃໝ່

2018-07-11 10:42:15 cri

ທ່ານ​ເຈັ​ນ​ ສະ​ໂທ​ເທັນເບີກ ເລ​ຂາ​ທິ​ການ​ໃຫຍ່​ກຸ່ມ​ນາ​ໂຕ​,  ​ທ່ານ​​ໂດ​ໂນ ທັ​ສ ປະ​ທາ​ນ​ສະ​ພາ​ມົນ​ຕີ​ເອີ​ລົບ​ແລະທ່ານ​ເຈນ ​ຄ​ລາດ​ຈັງ​ເກີ ປະ​ທານ​ຄະ​ນະ​ກຳ​​ມາ​ທິການ​ສະ​ຫະ​ພາບ​ເອີ​ລົບ​ໄດ້​ລົງ​ນາມ​ຖະ​ແຫຼງ​ການ​ຮ່ວມ​ສະ​ບັບ​ໃໝ່​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ກຸ່ມ​ນາ​ໂຕ​ແລະ​ສະ​ຫະ​ພາບ​ເອີ​ລົບ​ຢູ່ບ​ຣຸກແຊນ​ໃນ​ວັນ​ທີ 10 ກໍ​ລະ​ກົດ​ນີ້.

ຖະ​ແຫຼງ​ການ​ຊີ້​ໃຫ້​ເຫັນ​ວ່າ, ສະ​ຫະ​ພາບ​ເອີ​ລົບ​ແລະ​ກຸ່ມ​ນາ​ໂຕ​ອອກ​ຖະ​ແຫຼງ​ການ​ຮ່ວມ​ສະ​ບັບ​ໃໝ່, ເພື່ອ​ກ່າວຢ້ຳ​ຄວາມ​ຈຳ​ເປັນ​ດ້ານ​ການ​ຮ່ວມ​ມື. ໃນ​ຕໍ່​ໜ້າ, ສອງ​ຝ່າຍ​ຈະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ຄວາມ​​ໄຫວ​ພິບດ້ານ​ການ​ທະ​ຫານ, ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ, ການ​ຮັບ​ມື​ກັບ​ຄວາມ​ສ່ຽງ​ດ້ານ​ເຄ​ມີ, ຊີ​ວະ​ພາບ, ກຳ​​ມັນ​ຕະ​ພາບ​ລັງ​ສີ​ແລະ​ນິວ​ເຄຼຍ, ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ແມ່​ຍິງ​ແລະ​ອື່ນໆ.

ທ່ານ​​ທັ​ສ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ, ຖະ​ແຫຼງ​ການ​ຮ່ວມ​ສະ​ບັບ​ໃໝ່​ຈະ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພາບ​ເອີ​ລົບ​ແລະ​ກຸ່ມ​ນາ​ໂຕ​​ໃຫ້ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່, ປະ​ເທດ​ສະ​ຫະ​ພາບ​ເອີ​ລົບ​ທີ່​ບໍ່​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ນາ​ໂຕ​ກໍ​ຈະ​​ໄດ້​ຈັດ​ເຂົ້າ​ໃນ​ການ​ຮ່ວມ​ມື​ຮອບ​ດ້ານ​ນີ້.

ຄຳ​ເຫັນ

0