黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄວາມ​ໝັ້ນ​ຄົງ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ຈີນ​-ອາ​ຟ​ຣິ​ກາ​ຄັ້ງ​ທຳ​ອິດ​ອັດ​ລົງຢ່າງ​ສຳ​ເລັດ​ຜົນ

2018-07-11 10:41:08 cri

ວັນ​ທີ 10 ກໍ​ລະ​ກົດ​ນີ້, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄວາມ​ໝັ້ນ​ຄົງ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ຈີນ​-ອາ​ຟ​ຣິ​ກາ​ຄັ້ງ​ທຳ​ອິດ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຈັດ​ຂຶ້ນ​ໄດ້​ອັດ​ລົງຢ່າງ​ສຳ​ເລັດ​ຜົນ​ຢູ່​ສະ​ຖາ​ບັນ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ສາ​ກົນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປ້ອງ​ກັນ​ປະ​ເທດ​ຈີນ.

ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ, ຜູ້​ຕາງ​ໜ້າ​ຈີນ​ແລະ​ຜູ້​ຕາງ​ໜ້າ​ກອງ​ທັບ​ແລະພາ​ກ​ສ່ວນ​ປ້ອງ​ກັນ​ປະ​ເທດ​​ທີ່​ມາ​ຈາກ​ປະ​ເທດ​ອາ​ຟ​ຣິ​ກາ​ແລະ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ໄດ້​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ແລະ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ນຳ​ກັນຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຟ​ຣິ​ກາ, ການ​ພົວ​ພັນ​ການ​ທະ​ຫານ​ຈີນ-ອາ​ຟ​ຣິ​ກາ​ໃນ​ຍຸກ​ໃໝ່​ແລະ​ອື່ນໆ, ແລະ​ໄດ້​ກ້າວ​ໄປ​ເຖິງ​ຄວາມ​ເປັນ​ເອ​ກະ​ພາບ​ຢ່າງ​ກວ້າງ​ຂວາງ. ຜູ້​ແທນ​ຝ່າຍ​ຕ່າງໆ​ຕີ​ລາ​ຄາ​​ສູງ​ຕໍ່​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້​ງ​ນີ້, ຫວັງ​ວ່າ​ສາ​ມາດ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ​ດ້ານ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ໂດຍ​ຜ່ານ​ເວ​ທີ​ດັ່ງ​ກ່າວ, ແລະ​ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ອາ​ຟ​ຣິ​ກາ​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0