覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ​ອ໋ອງ​ຊານ​ຊູ​ຈີ ຕ້ອນ​ຮັບ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

2018-07-11 10:34:06 cri

ຕາມ​ຂ່າວ CRI, ວັນ​ທີ 10 ກໍ​ລະ​ກົດ​ນີ້​ຢູ່​ນະ​ຄອນຫຼວງ​ເນ​ປີ​ດໍ ສະ​ຫະ​ພາບ​ມຽນ​ມາ,  ທ່ານ​ນາງ​ອ໋ອງ​ຊານ​ຊູ​ຈີ ປະ​ທານ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາດ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​, ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ຮ​ວງ​ຄຸນ​ມິງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ,ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ນຳ​ພາ​ຄະ​ນະ​ຜູ້​ແທນພັກ​ກອມ​ມູ​ນິດ​ຈີນ​ ​ຢ້ຽມ​ຢາມ​ມຽນ​ມາ.
 

ທ່ານ​ຮວງ​ຄຸນ​ມິງ​ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ສະ​ໜິດ​ສະ​ໜົມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ ​ເຖິງ​ທ່ານ​ນາງ​ອ໋ອງ​ຊານ​ຊູ​ຈີ ແລະ​ກ່າວ​ວ່າ: ສາຍ​ພົວ​ພັນ​ຈີນ-ມຽນ​ມາ​ໄດ້​ຮັກ​ສາ​ໃຫ້​ມີທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ, ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄປ​ມາ​ຫາ​ສູ່​​ຢ້ຽມ​ຢາມກັນ​ເລື້ອຍໆ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈີນ​ສະ​ໜັບ​ສະ​ໜູນ​ມຽນ​ມາ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຮັກ​ສາ​ສັນ​ຕິ​ພ​​າບ​ແລະ​ສະ​ຖຽນ​ລະ​ພາບ​ພາຍ​ໃນ​ປະ​ເທດ​ຕົນ​ແລະ ​ໃຫ້​ປະ​ເທດ​ບັນ​ລຸ​ການ​ພັດ​ທະ​ນາ, ຈີນ​ຍິນ​ດີ​ຕັ້ງ​ໜ້າ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເປັນ​ເອ​ກະ​ພາບ​ທີ່​ສຳ​ຄັນ​ລະ​ຫວ່າງ​ຜູ້​ນຳ​ສອງ​ປະ​ເທດ,ເສີມ​ຂະ​ຫຍ​າຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ມຽນ​ມາ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.
 

 ທ່ານ​ນາງອ໋ອງ​ຊານ​ຊູ​ຈີ​ໄດ້​ຝາກ​ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ຜ່ານທ່ານ​ຮ​ວງ​ຄຸນ​ມິງ ​ໄປ​ເຖິງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້​ນ​ຜິງ​ແລະ​ກ່າວ​ວ່າ, ມຽນ​ມາ​ຂອບ​ໃຈ​​ຢ່າງ​ສູງນຳ​ຈີນ​ທີ່​ໃຫ້​ການຊ່ວຍ​ເຫຼືອ​ທີ່​ຈິງ​ໃຈ​ແລະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ອັນ​ປະ​ເສີດ​​ແກ່​ມຽນ​ມາໃນ​ໄລ​ຍະ​​ຜ່ານ​ມາ, ແລະ​ຍິນ​ດີ​ຮ່ວມ​ກັບ​ຈີນ​ຊຸກ​ຍູ້​ການ​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ມຽນ​ມາ-ຈີນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ, ຊຸກ​ຍູ້​ສາຍ​ພົວ​ພັນ​ມຽນມາ-ຈີນ​ໃຫ້​ຂະ​ຫຍາຍ​ຕົວ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0