覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນແລະປະ​ເທດ​ອາ​ຣັບ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ໃຫ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ຢ່າງວ່ອງ​ໄວ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ

2018-07-11 10:37:57 cri

ວັນ​ທີ 10 ກໍ​ລະ​ກົດ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເປັນ​ປະ​ທານ ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 8 ຂອງເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຣັບ​​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ​ຫວາງ​ຢີ້​ກ່າວ​ໃນ​ກອງ​ປະ​ຊຸມ​ວ່າ: ທ່າ​ອ່ຽງ​ເປີດ​ປະ​ຕູ​ສູ່​ທິດ​ຕາ​ເວັນ​ຕົກ​ຂອງ​ຈີນ​ກັບ​ກະ​ແສ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ໄປ​ສູ່​ທິດ​ຕ​າ​ເວັນ​ອອກ​ຂອງ​ປະ​ເທດ​ອາ​ຣັບ​ມີ​ເປົ້າ​ໝາຍ​ດຽວ​ກັນ​ແລະ​ສອດ​ຄ່ອງ​ກັນ, ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​​ກຳ​ລັງເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ຢ່າງວ່ອງ​ໄວ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ.
 

 ທ່ານ​ຫວາງ​ຢີ້​ກ່າວ​ຕື່ມ​ວ່າ, ຈີນ​ແລະປະ​ເທດ​ອາ​ຣັບ​ເປັນ​ຄູ່​ຮ່ວມ​ມື​ແບບ​ທຳ​ມະ​ຊາດ. ເມື່ອ 4 ປີ​ກ່ອນ, ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ເຊື້ອ​ເຊີນ​ບັນ​ດາ​ປະ​ເທດ​ອາ​ຣັບ​ໃຫ້​ເຂົ້າ​ຮ່ວມ​ການ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​​. ຫຼັງ​ຈາກ​ນັ້ນ 4 ປີ, ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ເວ​ທີ​ນີ້​ໄດ້​ຂະ​ຫຍາຍກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ຈີນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ສອງ​ຂອງ​ປະ​ເທດ​ອາ​ຣັບ ໂດຍ​ໄດ້​ລົງ​​ທຶນ​ໂດຍ​ກົງ​ຢູ່​ປະ​ເທດ​ອາ​ຣັບຫຼາຍກວ່າ 15 ຕື້​ໂດ​ລາ​ສະ​ຫະ​ລັດ. ຈີນ​ແລະອາ​ຣັບ​ຮ່ວມ​ກັນ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​​​ກຳ​ລັງ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ຢ່າ​ງວ່ອງ​ໄວ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ.

ຄຳ​ເຫັນ

0