蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ເຕະ​ບານ​ເຍົາ​ວະ​ຊົນ​ໄທ 13 ຄົນ​ທີ່​​ຄ້າງ​ຢູ່​ໃນ​ຖ້ຳ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ອອກ​ມາ​ໝົດ​ແລ້ວ

2018-07-11 11:03:27 CRI

ວັນ​ທີ 10 ກໍ​ລະ​ກົດ​ນີ້, ນັກ​ເຕະ​ບານ​ເຍົາ​ວະ​ຊົນ 4 ຄົນ ແລະ ຄູ​ຝຶກ 1 ຄົນ​ທີ່​ຄ້າງ​ຢູ່​ໃນ​ຖ້ຳ​ແຂວງຊຽງ​ລາຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ອອກ​ມາ​ຢ່າງ​ສຳ​ເລັດ​ຜົນ. ມາ​ຮອດ​ປັດ​ຈຸ​ບັນ, ນັກ​ເຕະ​ບານ​ເຍົາ​ວະ​ຊົນ​ໄທ 13 ຄົນ​ທີ່​​ຄ້າງ​ຢູ່​ໃນ​ຖ້ຳ​ແຕ່​ວັນ​ທີ 23 ມິ​ຖຸ​ນາ​ຜ່ານ​ມາ​​ນັ້ນ ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ອອກ​ມາ​ໝົດແລ້ວ.

ເຈົ້າ​ໜ້າ​ທີ່​ໜ່ວຍ​ງານ​ຊ່ວຍ​ເຫຼືອ​ໄທ​ແຈ້ງວ່າ, 5 ຄົນ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃນ​ມື້​ນັ້ນ​ມີ​ສຸ​ຂະ​ພາບ​ທີ່​ດີ, ​ຂະ​ນະ​ທີ່ເຍົາ​ວະ​ຊົນ 8 ຄົນ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ກ່ອນ​ໜ້າ​​ນັ້ນ ພວມ​​ຮັບ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍ ແລະ ມີ​ສຸ​ຂະ​ພາບ​ທາງ​​ກາຍ ແລະ ຈິດ​ໃຈ​ທີີ່​ດີ. ຜູ້​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈະຖືກ​ກັກ​ກັນ​ແລະ​ປິ່ນ​ປົວ​​ເປັນ​ເວ​ລາ​ຢ່າງ​ໜ້ອຍ 7 ວັນ.

ວັນ​ທີ 6 ກໍ​ລະ​ກົດ​ນີ້, ​ອະ​ດີດ​ສະ​ມາ​ຊິກກ​ອງ​ທະ​ຫານ​ພິ​ເສດ​ກອງ​ທັບ​ເຮືອ​ໄທ​ທີ່​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼື​ອ​ຜູ້​ໜຶ່ງເສຍ​ຊີ​ວິດ ຍ້ອນ​ຂາດ​​ອົກ​ຊີ ແລະ ເມື່ອຍ​ເກີນ​ໄ​ປ ໃນ​ເວ​ລາ​ປະ​ຕິ​ບັດ​ໜ້າ​ທີ່​ຂົນ​ສົ່ງ​ຖັງ​ອົກ​ຊີ. ຊ່ຽວ​ຊານ​ຈີນ​ທີ່​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ກ່າວ​ວ່າ, ການ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ເປັນ​ໜຶ່ງ​ໃນການ​ຊ່ວຍ​ເຫຼືອ​ທີ່​ລຳ​ບາກ​ທີ່​ສຸດ ແລະ ​ອັນ​ຕະ​ລາຍ​ທີ່​ສຸດ​ໃນ​ໂລກ.

ຄຳ​ເຫັນ

0