覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ມາ​ເລ​ເຊຍ​ຊຸດ​ໃໝ່​ຫວັງ​ຢ່າງ​ຍິ່ງ​ຈະ​ຮ່ວມ​ກັບ​ຈີນ​ຮັກ​ສາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ

2018-07-11 15:09:26 cri

图片默认标题_fororder_yangmslfjsfefe1
 

CRI ລາຍ​ງານ​ວ່າ: ວັນ​ທີ 10 ກໍ​ລະ​ກົດ​ນີ້, ຢູ່​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ, ທ່ານ​ນາງ​ເຢວ​ບີ​ຢິນ  ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ,ເຕັກ​ໂນ​ໂລ​ຊີ, ວິ​ທະ​ຍາ​ສາດ,ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ແລະ​ສິ່ງ​ແວດ​ລ້ອມ​ມາ​ເລ​ເຊຍ​ໄດ້​ຢືນ​ຢັນ​ວ່າ, ລັດ​ຖະ​ບານ​ມາ​ເລ​ເຊຍ​ຊຸດ​ໃໝ່​ຫວັງ​ຢ່າງ​ຍິ່ງ​ຈະ​ຮ່ວມ​ກັບ​ຈີນ​ຮັກ​ສາ​ສາຍ​ພົວ​ພັນ​ມິດ​ຕະ​ພາບລະ​ຫວ່າງ​ສອງ​ປະ​ເທດ.
 

 ທ່ານ​ນາງເຢວ​ບີ​ຢິນ ກ່າວ​ໃນ​ໂອ​ກາດ​ປະ​ກອບ​ຄຳ​ເຫັນ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ໃຕ້​ໃຕ້​ໃນ​ຍຸກ​ໃໝ່​ຂອງ​ອາ​ຊີ ທີ່​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ມາ​ເລ​ເຊຍ​ວ່າ, ມາ​ເລ​ເຊຍແລະ​ຈີນ​ຄວນ​ປະ​ຕິ​ບັດ​ຕາມຫຼັກ​ການ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ. ທ່ານ​ນາງ​ເຢວ​ບີ​ຢິນ​ມີ​ຂໍ້​ສະ​ເໜີ​ວ່າ, ວິ​ສາ​ຫະ​ກິດ​ຂອງ​ສ​ອງ​ປະ​ເທດ​ສາ​ມາດ​ຮ່ວມ​ກັນ​ຄົ້ນ​ຄວ້າ​ການ​ຫັນ​ເຕັກ​ໂນ​ໂລ​ຊີ​ໃຫ້​ເປັນ​ສິນ​ຄ້າ ທັງ​ສ້າງ​ຕັ້ງ​ສູນ​ອຸດ​ສາ​ຫະ​ກຳ​ເພື່ອ​ສ້າງ​ໂອ​ກາດ​ວຽກ​ເຮັດ​ງານ​ທຳ​ໃຫ້​ແຕ່​ລະ​ປະ​ເທດຫຼາຍ​ຂຶ້ນ​ຕື່ມ. ຂະ​ນະ​ດຽວ​ກັນ, ສອງ​ປະ​ເທດ​ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ວິ​ຊາ​ການ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ນິກ,ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ກໍ​ຄື​ບັນ​ດາ​ປະ​ເທດ​ໃນ​ອາ​ຊີ​ຮັບ​ມື​ກັບ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ອື່ນໆ. ນອກ​ນີ້, ນາ​ງ​ຍັງ​ຫວັງ​ໃຫ້​ວິ​ສາ​ຫະ​ກິດ​ມາ​ເລ​ເຊຍ​ແລະ​ຈີນ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ລົງ​ທຶນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ເພື່ອ​ຍົກ​ສູງ​ກຳ​ລັງ​ແຂ່ງ​ຂັນ​ແລະ​ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ຮ່ວມ​ກັນ.

ຄຳ​ເຫັນ

0