吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ຖະ​ແຫຼ​ງຂ່າວກ່ຽວ​ກັບບັນຊີ​​ການ​ເກັບ​ພາສີ​ເພີ່​ມ​ຕໍ່​ຈີນຂອງ​ອາ​ເມ​ລິ​ກາ

2018-07-11 16:12:00 CRI

ວັນທີ 11 ກໍລະກົດ​ນີ້, ​ໂຄສົກ​ກະຊວງ​ການ​ຄ້າ​ຈີ​ນ​ໄດ້​ຖະ​ແຫຼ​ງຂ່າວ​ກ່ຽວ​ກັບ​ບັນຊີທີ່​ອາ​ເມ​ລິ​ກາ​ຈະ​​ເກັບ​ພາສີ​ເພີ່ມ​ຕໍ່​ຜະລິດ​ຕະພັນ​ຈີນສົ່ງ​​ອອກ​ໄປອາ​ເມ​ລິ​ກາ​ທີ່​ມີ​ມູນ​ຄ່າ 200 ຕື້​ໂດ​ລາ​ສະຫະລັດ.

ທ່ານ​ຊີ້​​ໃຫ້​ເຫັນ​ວ່າ: ຈີນ​ບໍ່​ຍອມຮັບການ​ທີ່ອາ​ເມ​ລິ​ກາ​​ເລັ່ງຍົກ​ລະດັບ​ການເກັບພາສີ​ເພີ່ມ​ໂດຍ​ປະກາດ​ບັນຊີ​ໃໝ່, ການ​ກະທຳ​ຂອງ​ອາ​ເມ​ລິ​ກາ​ກຳລັງ​ສົ່ງ​ຜົນ​ກະທົບ​ຕໍ່​ຈີນ, ​ຕໍ່​ໂລກ ​ແລະ​ກໍ​ເປັນ​ການ​ສ້າງ​ຄວາມ​ເສຍ​ຫາຍໃຫ້​ຕົນ​ເອງ​ເຊັ່ນ​ດຽວ​ກັນ.

ທ່ານ​ກ່າວ​ຕື່ມ​ວ່າ: ​ເພື່ອ​ຮັກສາ​ຜົນປະ​ໂຫຍ​ດ​ໃຈກາງ​ຂອງ​ຊາດ ​ແລະ​ຜົນ​ປະ​ໂຫຍ​ດຂອງປະຊາຊົນປະ​ເທດ​ຕົນ, ລັດຖະບານ​ຈີນ​ຈຳ​ເປັນ​ຕ້ອງຕອບ​ໂຕ້​ຕໍ່​ບັນຊີ​ດັ່ງກ່າວ. ຂະນະ​ດຽວ​ກັນ, ຈີນ​ຮຽກຮ້ອງ​​ໃຫ້ປະຊາ​ຄົມ​ໂລກຈົ່ງ​ພະຍາຍາ​ມຮ່ວມ​ກັນ, ຮັກສາ​ກົດ​ລະບຽບ​ການ​ຄ້າ​ເສລີ ​ແລະ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ, ຮ່ວມ​ກັນ​ຕໍ່ຕ້ານລັດ​ທິ​​ເຈົ້າ​ມະ​ອຳນາດ​ທາງ​ການ​ຄ້າ. ຈີນ​ຈະ​ຮ້ອງ​ຟ້ອງ​ການ​ກະທຳ​ລັດທິ​ແຕ່​ຝ່າຍ​ດຽວ​ຂອງ​ອາ​ເມ​ລິ​ກາ​ຕໍ່​ອົງການກາ​ນຄ້າ​ໂລກທັນ​ທີ.

ຄຳ​ເຫັນ

0