蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ຫານ​ຟີ​ລິບ​ປິນ​​ຍິງ​ຜູ້​ປະ​ກອບ​ອາ​ວຸດ 12 ຄົນ​ເສຍ​ຊີ​ວິດ​ຢູ່​ພາກ​ໃຕ້​ຟີ​ລິບ​ປິນ

2018-07-11 11:06:59 CRI

ວັນ​ທີ 10 ກໍ​ລະ​ກົດ​ນີ້, ເຈົ້າ​ໜ້າ​ທີ່​ທະ​ຫານ​ຟີ​ລິບ​ປິນ​ກ່າວ​ວ່າ, ໃນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ທີ່​ເກາະ​ມິນ​ດາ​ນາວ ທາງ​ພາກ​ໃຕ້​ຟີ​ລິ​ບ​ປິນ, ເຈົ້າ​ໜ້າ​ທີ່​ທະ​ຫານ​ໄດ້​ຍິງ​ຜູ້​ປະ​ກອບ​ອາ​ວຸດ “ກຸ່ມ​ນັກ​ຮົບ​ອິດ​ສະຫຼະ​ອິ​ສ​ລາມ​ບັງ​ຊາ​ໂມ​ໂຣ” 12 ຄົນ​​ເສຍ​ຊີ​ວິດ.

ນາຍ​ທະ​ຫານ​ຟີ​ລິບ​ປິນ​ຜູ້​ໜຶ່ງ​ກ່າວ​ວ່າ, ເຈົ້າ​ໜ້າ​ທີ່​ທະ​ຫານ​ຟີ​ລິບ​ປິນ​ໄດ້​ດຳ​ເນີນ​ “ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຢ່າງ​ຕໍ່​ເນື່ອງ” ຕໍ່ “ກຸ່ມ​ນັກ​ຮົບ​ອິດ​ສະຫຼະ​ອິ​ສ​ລາມ​ບັງ​ຊາ​ໂມ​ໂຣ”. ນັບ​ແຕ່​ເດືອນ​ມິ​ຖຸ​ນາ​ປີ​ນີ້​ເປັນ​ຕົ້ນ​ມາ, ໄດ້​ດັບ​ສູນ​ຜູ້​ປະ​ກອ​ບ​ອາ​ວຸດ​ຂອງ​ກຸ່ມ​ດັ່ງ​ກ່າວແລ້ວ 57 ຄົນ​.

“ກຸ່ມ​ນັກ​ຮົບ​ອິດ​ສະຫຼະ​ອິ​ສ​ລາມ​ບັງ​ຊາ​ໂມ​ໂຣ” ເປັນ​ໜຶ່ງ​ໃນກຳ​ລັງ​ປະ​ກອບ​ອາ​ວຸດ​ຕໍ່​ຕ້ານ​ລັດ​ຖະ​ບານ​ຕົ້ນ​ຕໍ​ຂອງ​ຟີ​ລິບ​ປິນ ແລະ ​ສ່ວນຫຼາຍເຄື່ອນ​ໄຫວ​ຢູ່​ເກາະ​ມິນ​ດາ​ນາວ ທາງ​ພາກ​ໃຕ້​ຟີ​ລິ​ບ​ປິນ. ກ່ອນ​ໜ້າ​ນີ້, ກຸ່ມ​ດັ່ງ​ກ່າວ​ເຄີຍ​ບຸກ​ໂຈມ​ຕີ​ກອງ​ທະ​ຫານ​ຟີ​ລິບ​ປິນ ແລະ ຈັບຕົວ​ປະ​ຊາ​ຊົນ.

ຄຳ​ເຫັນ

0