黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່​ານ​ຫຼີ​ເຄີ້​ສຽງ ສິ້ນ​ສຸດ​ການ​ຢ້ຽມ​ຢາມຕ່າງ​ປະ​ເທດ​ແລະ​ກັບ​ຄືນ​ນະ​ຄອນ​ຫຼວງ​ປັກ​ກິ່ງ

2018-07-11 17:31:14 cri

ຕອນ​ເຊົ້າ​ວັນ​ທີ 11 ກໍ​ລະ​ກົດ​ນີ້, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ບູນ​ກາ​ຣີ​ຢ່າງ​ເປັນ​ທາງ​ການ​ແລະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ລະ​ຫ່ວາງ​ຜູ້​ນຳ​ຈີນ-ປະ​ເທດ​ເອີ​ລົບ​ກາງ​ແລະ​​ເອີ​ຣົບຕາ​ເວັນ​ອອກ​ຄັ້ງ​ທີ 7, ແລະ​ເປັນ​ປະ​ທານ​ຈັດ​ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ລັດ​ຖະ​ບານ​ຈີນ​ແລະ​ເຢຍ​ລະ​ມັນ​ຄັ້ງ​ທີ 5 ແລະ​ຢ້ຽມ​ຢາມ​ເຢຍ​ລະ​ມັນ​ຢ່າງ​ເປັນ​ທາງ​ການ​ແລ້ວ, ​ທ່ານ​ໄດ້​ຂີ່​ເຮືອ​ບິນຍົນ​ພິ​ເສດ​ກັບ​ຄືນ​ສູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ.

ໃນ​ເວ​ລາ​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ຫຼວງ​ແ​ບັກ​ແ​ລັງ, ຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ເຢຍ​ລະ​ມັນ​ແລະ​ທ່ານ​ສື​ມິງ​ເຕີ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ເຢ​ຍ​ລະ​ມັນ​ໄດ້​ອອກ​ສົ່ງ​ທ່ານ​ຢູ່​ສະ​ໜາມ​ບິນ.

ຄຳ​ເຫັນ

0