蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການປະ​ກາດ​ສິ້ນ​ສຸ​ດ​ພາ​ວະ​ສົງ​ຄາມ​ຢູ່​ແຫຼມ​ເກົາຫຼີ​ເປັນ​ເປົ້າ​ໝາຍ​ຂອງ​ລັດ​ຖະ​ບານ ສ.ເກົາຫຼີ

2018-07-12 16:15:08 CRI

ຕາມ​ຂ່າວ​ສານ​ໂຢນ​ຮັບ ສ.​ເກົາຫຼີ​ລາຍ​ງານ​ໃນ​ວັນ​ທີ 12 ກໍ​ລະ​ກົດ​ນີ້, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ສິງ​ກະ​ໂປ, ທ່ານ​ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ​ກ່າວ​ວ່າ, ​ສະ​ເພາະປີ​ນີ້, ການ​ປະ​ກາດ​ສິ້ນ​ສຸ​ດ​ພາ​ວະ​ສົງ​ຄາມ​ຢູ່​ແຫຼມ​ເກົາຫຼີ​ເປັນ​ເປົ້າ​ໝາຍ​ຂອງ​ລັດ​ຖະ​ບານ ສ.ເກົາຫຼີ, ສຳ​ລັບ​ເວ​ລາ ແລະ ຮູບ​ການ, ສ.ເກົາຫຼີ​ຈະ​ປຶກ​ສາ​ຫາ​ລື​ກັບ​ຝ່າຍ​ຕ່າງໆ​ຢ່າງ​ໃກ້​ຊິດ.

ທ່ານ​ມູນ​ເຈ​ອິນ​ກ່າວ​ວ່າ, ຄື​ດັ່ງ​ທີ່​ໄດ້ລະ​ບຸ​ໄວ້​ໃນ “ຄຳ​ຖະ​ແຫຼງ​ການ​ປານ​ມູນ​ຈອມ”, ປີ​ນີ້ ຄື​ປີ​ລົງ​ນາມ​ໃນ​ສັນ​ຍາ​ຢຸດ​ຍິງ​ຄົບ​ຮອບ 65 ປີ, ​ການປະ​ກາດ​ສິ້ນ​ສຸດ​ພາ​ວະ​ສົງ​ຄາມ ແມ່ນ​ເປົ້​າ​ໝາຍ​ຂອງ​ລັດ​ຖະ​ບານ​ສ.ເກົາຫຼີ, ສຳ​ລັບ​ເວ​ລາ ແລະ ຮູບ​ການ, ສ.ເກົາຫຼີ​ຈະ​ປຶກ​ສາ​ຫາ​ລື​ກັບ​ຝ່າຍ​ຕ່າງໆ​ຢ່າງ​ໃກ້​ຊິດ. ປັດ​ຈຸ​ບັນ, ແຫຼມ​ເກົາຫຼີ​ພວມ​ຢູ່​ໃນ​ບາດລ້ຽວ​ປະ​ຫວັ​ດ​ສາດ​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ, ປະ​ຫວັດ​ສາດ​ສົງ​ຄາມ​ເລີ່ມ​ຫັນ​ມາ​ເປັນ​ປະ​ຫວັດ​ສາດ​ສັນ​ຕິ​ພາບ. ທ່ານ​ກ່າວ​ຕື່ມ​ວ່າ, ລັດ​ຖະ​ບານ ສ.ເກົາຫຼີ​ຈະ​ພະ​ຍາ​ຍາມ​ສຸດ​ຂີດ ເພື່ອ​ຮັກ​ສາ​ການ​ສົນ​ທະ​ນາ​ກັນ ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ.

ຄຳ​ເຫັນ

0