尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍ​ລິ​ສັດ​ແອ​ບັ​ສ​ປະ​ກາດ​ຈະ​ຜ​ະ​ລິດ​ເຮືອ​ບິນ A220 ລຸ້ນ​ໃໝ່

2018-07-12 11:52:06 cri

ວັນ​ທີ 10 ກໍ​ລະ​ກົດ​ນີ້, ບໍ​ລິ​ສັດ​ແອ​ບັ​ສ​ທີ່​ເປັນ​ບໍ​ລິ​ສັດ​ຜະ​ລິດ​ເຮືອ​ບິນ​ທີ່​ໃຫຍ່ກວ່າ​ໝູ່​ຂອງ​ເອີ​ຣົບ​ໄດ້​ປະ​ກາດ​​ການຜະ​ລິດ​ເຮືອ​ບິນ A220 ເຊິ່ງນີ້​ແມ່ນເຮືອ​ບິນ​ລຸ້ນ​ໃໝ່​ທີ່​ໄດ້​ຜະ​ລິດຈາກເຮືອ​ບິນ​ລຸ້ນ C ຂອງ​ບໍ​ລິ​ສັດ​ໂບມ​ບາ​ເດຍ​ຂອງ​ກາ​ນາ​​ດາ​ຫຼັງ​ຈາກ​ແອ​ບັດ​ໄດ້​​ຊື້​ບໍ​ລິ​ສັດ​ດັ່ງ​ກ່າວ​ເຂົ້າຢູ່​ໃນ​ລະ​ບົບ​ການ​ຜະ​ລິດຂອງ​ຕົນ​ແລະ​ປ່ຽນ​ຊື່​ໃໝ່.

ຂ່າວ​ແຈ້ງວ່າ, ເຮືອ​ບິນ A220 ​ສອງ​ແບບ​ຄື: ເຮືອ​ບິນ A220-100 ແລະ ເຮືອ​ບິນ A220-300, ເຊິ່ງຜູ້​ຮັບ​ຜິດ​ຊອບ​ພາກ​ສ່ວນ​ວິ​ເຄາະ​ການ​ຄ້າ​ແລະ​ການ​ຕະ​ຫຼາດ​ຂອງ​ບໍ​ລິ​ສັດ​ແອ​ບັ​ສ​ກ່າວ​ວ່າ: ຕະ​ຫຼາດ​ຂະ​ໜາດ​ກາງ​ທີ່​ມີເຮືອ​ບິນ​ທ້ອງ​ກວ້າງ​ຂະ​ໜາດ​ນ້ອຍ​ແລະເຮືອ​ບິນ​ແລວ​ຍ່າງ​ດຽວ​ບິນ​ໄລ​ຍະ​ອ່າວ​ໄກ​ກວ່າ​ປົກ​ກະ​ຕິ​ນັ້ນຈະ​ມີ​ຄວາມ​ຕ້ອງ​ການ​ຢ່າງ​ຫຼວງ​ຫຼາຍ​​ຕໍ່​ເຮືອ​ບິນ​ໃໝ່​ໃນ 20 ປີ​ຕໍ່​ໜ້າ. ໃນ​ຖາ​ນະ​ເປັນ​ເຮືອ​ບິນ​ອາຍ​ຜັ່ນ​ທີ່​ນຳ​ໜ້າ​ໃນ​ຈຳ​ນວນບ່ອນ​ນັ່ງແຕ່ 100 ຫາ 150 ບ່ອນ​ນັ່ງ​ນັ້ນ, ເຮືອ​ບິນ A220 ຈະ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ຕະ​ຫຼາດ​ຂອງ​ຈີນ​ໃນ​ອະ​ນາ​ຄົດ.

ຄຳ​ເຫັນ

0