李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟິ​ລິບ​ປິນ​ອະ​ນຸ​ຍາດ​ໃຫ້​ ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ຂອງ​ຈີນອອກ​ອາ​ກາດ​ຢູ່​ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ

2018-07-12 16:15:04 cri

    ວັນ​ທີ 11 ກໍ​ລະ​ກົດ​ນີ້, ກົມ​ການ​ຂ່າວ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ກ່າວ​ວ່າ, ຂໍ​ແຕ່​ວ່າ​ມີ​ຂໍ້​ມູນ​ຂ່າວ​ສານຫຼາຍ ແລະ​ມີ​ເນື້ອ​ໃນ​ມ່ວນ​, ລາຍ​ການ​ຮູບ​ເງົາ​ໂທ​ລະ​ພາບ​ຈາກ​ຈີນ ສາ​ມາດ​ອອກ​ອາ​ກາດ​ຢູ່​ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ຂອງ​ປະ​ເທດ​ຕົນ​ໄດ້.

    ກ່ອນ​ໜ້ານີ້, ສະ​ມາ​ຊິກ​ສະ​ພາ​ສູງ​ທີ່​ຂຶ້ນ​ກັບ​ພັກ​ຝ່າຍ​ຄ້ານ​ຂອງ​ຟິ​ລິບ​ປິນ​ບາງ​ຄົນ ສະ​ເໜີ​ໃຫ້​ສ້າງ​ກົດ​ໝາຍກວດ​ກາ​ການ​ອອກ​ອາ​ກາດ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ຂອງ​ຈີນ​ຢູ່​ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ ດ້ວຍ​ຂໍ້​ອ້າງທີ່​ວ່າ ປົ​ກ​ປ້ອງ​ຂະ​ແໜງ​ການ​ວິ​ທະ​ຍຸ​ຂອງ​ຕົນ​ທັງຫຼີກ​ລ້ຽງ “ການ​ແຊກ​ແຊງ​ຂອງ​ຕ່າງ​ປະ​ເທດ”. ແຕ່​ທ່ານ ມາ​​ຕິນ ອັນ​ດາ​ນາ ຫົວ​ໜ້າ​ກົມ​ການ​ຂ່າວ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ກ່າວ​ວ່າ, ການ​ອອກ​ອາ​ກາດ​ລາຍ​ການ​ຂອງ​ຈີນ​ທີ່​ໄດ້​ແປ​ເປັນ​ພາ​ສາ​ຟິ​ລິບ​ປິນ​ແລ້ວນັ້ນ ແມ່ນ​ໜຶ່ງ​ໃນ​ເນື້ອ​ໃນ​ຂອງ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ທີ່​ໂທ​ລະ​ພາບ​ແຫ່ງ​ຊາດ​ປະ​ເທດ​ຕົນ​ເຊັນ​ກັບ​ຜູ້​ຮ່ວມ​ງານ​ຂອງ​ຈີນ. ນອກ​ຈາກ​ຈີນ​ແລ້ວ, ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ຟິ​ລິບ​ປິນ ຍັງ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັບ​ຣັດ​ເຊຍ, ສ.ເກົາຫຼີ​ແລະ​ຍີ່​ປຸ່ນ ແລະ​ຈະ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັບ​ກຳ​ປູ​ເຈຍ, ໄທ ແລະ​ມຽນ​ມາ​ອີກ​ດ້ວຍ. ໃນ​ນັ້ນ, ລາຍ​ການ​ຂອງ​ສ.ເກົາຫຼີ​ແລະ​ຍີ່​ປຸ່ນ ໄດ້​ອອກ​ອາ​ກາດ​ຢູ່​ໂທ​ລະ​ພາບ​ແຫ່ງ​ຊາດ​ແລ້ວ.

ຄຳ​ເຫັນ

0