覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນ​ມາ​ຈັດ​ກອງ​ປະ​ຊຸມ​ປາງ​ລົງ​ສະ​ຕະ​ວັດ​ທີ 21 ຄັ້ງ​ທີ 3

2018-07-12 14:41:56 cri

ກອງ​ປະ​ຊຸມ​ປາງ​ລົງ​ສະ​ຕະ​ວັດ​ທີ 21 ຄັ້ງ​ທີ 3 ແລະ​ກອງ​ປະ​ຊຸມ​ສັນ​ຕິ​ພາບ​ສະ​ຫະ​ພາບ​ມຽນ​ມາ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ເນ​ປີ​ດໍ ປະ​ເທດ​ມຽນ​ມາ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້​ໂດຍ​ມີຜູ້​ແທນ​ບັນ​ດາ​ຝ່າຍເຊັ່ນ ລັດ​ຖະ​ບານ, ກອງ​ທັບ, ກຸ່ມ​ປະ​ກອບ​ອາ​ວຸດ​ຊົນ​ເຜົ່າ​ທ້ອງ​ຖິ່ນ, ລັດ​ຖະ​ສະ​ພາ,ບັນ​ດາ​ພັກ​ການ​ເມືອງ, ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ, ຜູ້​ສັງ​ເກດ​ ​ແລະ​​ຜູ້​ກ່ຽວ​ຂ້ອງອື່ນໆ 1000 ກວ່າ​ຄົນ​ ເຂົ້າ​ຮ່ວມ. ​ໃນ​ນີ້, ກຸ່ມ​ປະ​ກອບ​ອາ​ວຸດ​ຊົນ​ເຜົ່າ​ທ້ອງ​ຖິ່ນ​ທີ່​ຮ່ວມ​ປະ​ຊຸມ​ລວມ​ທັງ​ກຸ່ມ​ປະ​ກອບ​ອາ​ວຸດ 10 ກຸ່ມ​ທີ່​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ຢຸດ​ຍິງ​ທົ່ວ​ປະ​ເທດ​ແລະ 7 ກຸ່ມ​ທີ່​ບໍ່​ທັນ​ໄດ້​ລົງ​ນາມ​ໃນ​ສັນ​ຍາ.
 

 ໃນ​ເວ​ລາ​ປະ​ກອບ​ຄຳ​ເຫັນ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ, ທ່ານ​ນາງ​ອ໋ອງ​ຊານ​ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​ໄດ້​ຮຽ​ກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຈົ່ງ​ສາ​ມັກ​ຄີ​ແລະ​ພະ​ຍາ​ຍາມ​ຮ່ວມ​ກັນ​ເພື່ອ​ບັນ​ລຸ​ຄວາມ​ປອງດອງ​ຊາດ​ແລະ​ສັນ​ຕິ​ພາບ. ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ 6 ວັນ, ຄາດ​ວ່າ​ຈະ​ເປີດ​ເຜີຍ​ເນື້ອ​ໃນ​ສັນ​ຍາ​ສະ​ຫະ​ພາບ​ມຽນ​ມາ​ສະ​ບັບ​ໃໝ່​ໃນ​ວັນ​ທີ 16 ກໍ​ລະ​ກົດ​ນີ້.
 

 ກ່ອນ​ກອງ​ປະ​ຊຸມ​ໄຂ​ຂຶ້ນ,  ທ່ານ​ຊຸນ​ໂກວ​ສຽງ ທູດ​ພິ​ເສດ​ວຽກ​ງານ​ອາ​ຊີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ນັ້ນ​ຢືນ​ຢັນ​ວ່າ ໃນ​ຖາ​ນະ​ເປັນ​ໝູ່​ເພື່ອນ​ທີ່​ດີ​ຂອງ​ມຽນ​ມາ, ຈີນ​ຫວັງ​ຈະ​ໄດ້​ເຫັນ​ຂະ​ບວນ​ການ​ສັ​ນ​ຕິ​ພາບ​ມຽນ​ມາ​ມີ​ຄວາມຄືບໜ້າ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈີນ​ຈະ​ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ມຽນ​ມາ​ໃຫ້​ບັນ​ລຸ​ສັນ​ຕິ​ພາບ​ໂດຍ​ໄວ.

ຄຳ​ເຫັນ

0