黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວ-ຈີນ ຮ່ວມລົງນາມເຊັນສັນຍາວ່າດ້ວຍການສ້າງບຸກຄະລາກອນ ແລະ ການສ້າງສູນຄົ້ນຄວ້າກ່ຽວກັບເຕັກໂນໂລຊີແບບໃໝ່.

2018-07-12 16:13:16 cri

图片默认标题_fororder_微信图片_20180712161142

ໃນວັນທີ 11 ກໍລະກົດ 2018 ນີ້, ທີ່ກະຊວງພະລັງງານ ແລະບໍ່ແຮ່ ນະຄອນຫຼວງວຽງຈັນ. ໄດ້ມີພິທີເຊັນສັນຍາວ່າດ້ວຍການສ້າງບຸກຄະລາກອນ ແລະ ການສ້າງສູນຄົ້ນຄວ້າກ່ຽວກັບ ເຕັກໂນໂລຊີແບບໃໝ່ ລະຫວ່າງກະຊວງພະລັງງານ ແລະບໍ່ແຮ່ ຮ່ວມກັບ ມະຫາວິທະຍາໄລ ວິທະຍາສາດ ແລະເຕັກໂນໂລຊີ ຄຸນໝິງ ສປ ຈີນ ໂດຍໄດ້ຮັບກຽດເຂົ້າຮ່ວມ ແລະເປັນ ສັກຂີພິຍານ ຂອງທ່ານທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່, ທ່ານ ວິຈິດ ຊິນດາວົງ ຮອງປະທານຄະນະກໍາມາ ທິການຮ່ວມມືລາວ-ຈີນ ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍລາວ-ຈີນ ເຂົ້າຮ່ວມ. 

图片默认标题_fororder_微信图片_20180712161148

    ຈຸດປະສົງ ໃນການລົງນາມເຊັນສັນຍາວ່າດ້ວຍການສ້າງບຸກຄະລາກອນ ແລະການສ້າງສູນ ຄົ້ນຄວ້າກ່ຽວກັບເຕັກໂນໂລຊີແບບໃໝ່ນີ້ ເພື່ອສົ່ງເສີມການຮ່ວມມືໃນດ້ານພະລັງງານ, ຊັບພະຍາ ກອນ, ການເງິນ, ທາງດ້ານການສົ່ງເສີມການຮ່ວມມືດ້ານການສຶກສາ, ວິທະຍາສາດ ແລະເຕັກໂນ ໂລຊີ, ການເບິ່ງແຍງທາງການແພດ ແລະການຫຼຸດຜ່ອນຄວາມທຸກຍາກ ໃນການດໍາລົງຊີວິດ ຂອງ ປະຊາຊົນ ແລະເພື່ອໃຫ້ປະຊາຊົນທັງສອງປະເທດໄດ້ຮັບ ຜົນປະໂຫຍດ ຈາກການແລກປ່ຽນການ ຮ່ວມມື ແລະເພື່ອໃຫ້ບັນລຸຕາມການຕົກລົງຮ່ວມມືທາງດ້ານວິຊາການ, ເບື້ອງຕົ້ນແມ່ນມີ 2 ຫົວຂໍ້ຄື: ການຮ່ວມມືສ້າງບຸກຄະລາກອນ, ການຮ່ວມມືສ້າງສູນຄົ້ນ ຄວ້າວິໄຈລາວ-ຈີນ ກ່ຽວກັບເຕັກໂນໂລຊີ ແບບໃຫມ່ທາງດ້ານບໍ່ແຮ່ແລະໂລຫະກຳ ແລະສຶກສາອອກແບບວິສາວະກໍາໃນຂະແໜງບໍ່ແຮ່ ເຊິ່ງມາ ຮອດປັດຈຸບັນ ແມ່ນໄດ້ບັນລຸຂໍ້ຕົກລົງ ດ້ວຍການສ້າງສັນຍາຮ່ວມກັນ ວ່າດ້ວຍການສ້າງບຸກ ຄະລາກອນແລະການສ້າງສູນຄົ້ນຄວ້າວິໄຈໃຫ້ເປັນເຄື່ອງມືສໍາຄັນໃຫ້ກັບກະຊວງພະລັງງານ ແລະບໍ່ແຮ່.

图片默认标题_fororder_微信图片_20180712161154


    ລົງນາມເຊັນສັນຍາ ໃນຄັ້ງນີ້, ຕາງໜ້າ ກະຊວງພະລັງງານ ແລະບໍ່ແຮ່ ແມ່ນທ່ານ ສີມອນ ພິຈິດ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະບໍ່ແຮ່ ແລະທ່ານ ຫວາງ ເຊັຍຊິນ ອະທິການບໍດີມະ ຫາວິທະຍາໄລວິທະຍາສາດ ແລະເຕັກໂນໂລຊີ ຄຸນໝິງ ສປ ຈີນ.

ຄຳ​ເຫັນ

0