尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ໃຫ້​ບໍ​ລິ​ການ​ເຕັກ​ນິກ​​​ດາວ​ທຽມວັດ​ແທກ​ອຸ​ຕຸ​ນິ​ຍົມໄລ​ຍະ​ໄກແກ່​ປະ​ເທດ​ອາ​ຣັບ

2018-07-12 16:35:04 cri

ກົມ​ອຸ​ຕຸ​ນິ​ຍົມ​ຈີນ​ໄດ້​ໃຫ້​ຮູ້​ວ່າ, ໃນ​ວັນ​ທີ 10 ກໍ​ລະ​ກົດ​ນີ້, ກອ​ງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 8 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຣັບ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ໂດຍກອງ​ປະ​ຊຸມ​ໄດ້​ສະ​ເໜີ​ໃຫ້​ຮ່ວມ​ກັນ​ສ້າງ​ຖານຂໍ້​ມູນ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້​ນ​ທາງ”, ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ດ້ານ​ການ​ບິນ​​ອະວະ​ກາດ,ຊຸກ​ຍູ້​ໃຫ້​ເຕັກ​ນິກ​​​ດາວ​ທຽມວັດ​ແທກ​ອຸ​ຕຸ​ນິ​ຍົມໄລ​ຍະ​ໄກ​ແລະ​ລະ​ບົບ​ນຳ​ທາງ​ເປີຍ​ໂຕວ​ຂອງ​ຈີນ​ບໍ​ລິ​ການການ​ສ້າງ​ສາ​ຂອງປະ​ເທດ​ອາ​ຣັບ.

ຂ່າວ​ແຈ້ງວ່າ, ປະ​ເທດ​ອາ​ຣັບ​ສ່ວນ​ຫຼາຍ​ຕັ້ງ​ຢູ່ລຽບ “ໜຶ່ງ​ແລວ​ໜຶ່ງ​ເສັ້​ນ​ທາງ”. ຕາມສະ​ຖິ​ຕິ​ຈາກ​ສູນ​ຂໍ້​ມູນ​ໄພ​ພິ​ບັດ​ສາ​ກົນ​ສະ​ແດ​ງ​ໃຫ້​ເຫັນ​ວ່າ, ຜົນ​ເສຍ​ຫາຍ​ຍ້ອນ​ໄພ​ພິ​ບັດ​ຢູ່​ລຽບ“ໜຶ່ງ​ແລວ​ໜຶ່ງ​ເສັ້​ນ​ທາງ”​ແມ່ນ 2 ເທົ່າ​ຂຶ້ນ​ໄປ​ຂອງ​ຕົວ​ເລກ​ສະ​ເລ່ຍ​ຂອງ​ໂລກ ແລະ ສ່ວນ​ຫຼາຍ​ແມ່ນ​ໄພ​ພິ​ບັດ​ອຸ​ຕຸ​ນິ​ຍົມ. ດ້ວຍການ​ຊ່ວຍ​ເຫຼືອ​ຈາກ​ດາວ​ທຽມ​ອຸ​ຕຸ​ນິ​ຍົມ​ເຟີ່ງ​ຢຸນ​ຂອງ​ຈີນ, ປະ​ເທດ​ອາ​ຣັບ​ທັງ​ໝົດ​ຈະສາ​ມາດ​ໄດ້​ຮັບ​ຜົນ​ການ​ວັດ​ແທກ​ອຸ​ຕຸ​ນິ​ຍົມ​ຈາກ​ດາວ​ທຽມ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນ​ເຊັ່ນ: ດິນ​ຟ້າ​ອາ​ກາດ,ເທິງ​ບົກ ແລະ​ທະ​ເລ​ເປັນ​ຕົ້ນ, ບາງ​ປະ​ເທດ​ອາ​ຣັບ​ຍັງຈະ​ໄດ້​ຮັບ​ການ​ບໍ​ລິ​ການ​ດ້ານ​ການ​ຕິດ​ຕາມ​ວັດ​ແທກ​ອາ​ກາດ​ທີ່​ມີ​ການ​ປ່ຽນ​ແປງ​ຖີ່​ອີກ​ດ້ວຍ.

ຄຳ​ເຫັນ

0