李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາສູງ​ອາ​ເມ​ຣິ​ກາ​ຜ່ານ​ຍັດ​ຕິ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ສະ​ພາ​ຕິດ​ຕາມກວດ​ກາ​ລັດ​ຖະ​ບານ​ທີ່​​ຂຶ້ນ​ພາ​ສີ

2018-07-12 16:12:48 cri

    ວັນ​ທີ 11 ກໍ​ລະ​ກົດ​ນີ້, ​ສະ​ພາ​​ສູງອາ​ເມ​ຣິ​ກາ​ໄດ້​ຜ່ານ​ຍັດ​ຕິ​ສະ​ບັບ​ໜຶ່ງ​ດ້ວຍ​ຄະ​ແນນ​ສຽງຫຼາຍ​ທີ່​ສຸດ ໂດຍ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ສະ​ພາ​​ເສີມ​ຂະ​ຫຍາຍ​ບົດ​ບາດຫຼາຍກວ່າ​ເກົ່າ​ໃນ​ເວ​ລາ​ລັດ​ຖະ​ບານ​ຕົນ​ເພີ່ມ​ຂຶ້ນ​ພາ​ສີ​ດ້ວຍ​ຂໍ້​ອ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ. ເຖິງວ່າ​ຍັດ​ຕິ​ດັ່ງ​ກ່າວ​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້​ກໍ​ຕາມ, ແຕ່​​ມີຫາງ​ສຽງ​​ທົ່ວ​ໄປ​ວ່າ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ລັດ​ຖະ​ສະ​ພາ​ທີ່​ນຳ​ໂດຍ​ພັກ​ສາ​ທາ​ລະ​ນະ​ລັດ ຫຼື ຣິພັບ​ບ​ຣິ​ກັນ ບໍ່​ພໍ​ໃຈ​ຕໍ່​ນະ​ໂຍ​ບາຍ​ຂຶ້ນ​ພາ​ສີ​ເລື້ອຍໆ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໂດ​ໂນ ທ​ຣຳ ໃນ​ຫວ່າງມໍ່ໆ​ມານີ້.

    ໃນມື້​ດັ່ງ​ກ່າວ, ​ສະ​ພາ​ສູງໄດ້​ຮັບ​ຮອງ​ຍັດ​ຕິ​ດັ່ງ​ກ່າວ​ດ້ວຍ​ຄະ​ແນນ​ສຽງ 88 ຕໍ່ 11 ສຽງ. ຍັດ​ຕິ​ດັ່ງ​ກ່າວ​ຂຶ້ນ​ກັບ​ແຜນ​​ງົບ​ປະ​ມານ​​ລັດ​ສະ​ບັບ​ໜຶ່ງ ແຕ່​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້​ດ້ານ​ກົດ​ໝາຍ.

    ສະ​ຖາ​ນີຂ່າວ​ CNN ລາຍ​ງານ​ວ່າ: ການ​ທີ່​​ສະ​ພາສູງ​ຮັບ​ຮອງ​ຍັດ​ຕິ​ທີ່​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້​ດັ່ງ​ກ່າວ​ດ້ວຍ​ຄະ​ແນນ​ສຽງຫຼາຍ​ຂອງ​ສະ​ມາ​ຊິກ​ສະ​ພາ​ທີ່​ຂຶ້ນ​ກັບຫຼາຍ​ພັກ​ການ​ເມືອງນັ້ນ ເປັນ​ການ​ສົ່ງ​ສັນ​ຍານ​ໃຫ້​ທຳ​ນຽບ​ຂາວ​​ຮູ້ວ່າ, ບັນ​ດາ​ສະ​ມາ​ຊິກສະ​ພາສູງ​ຮູ້​ສຶກ​ບໍ່​ພໍ​ໃຈ​ຕໍ່​ການ​ກະ​ທຳ​ທີ່​ມີ​ລັກ​ສະ​ນະ​ທຳ​ລາຍ​ໃນ​ດ້ານ​ພາ​ສີ​ຂອງ​ທ່ານ ທ​ຣຳ.

ຄຳ​ເຫັນ

0