覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫຸ່ນ​ຍົນ​ເຮັດ​ວຽກ​ໃນ​ທໍ່​ລະ​ບາຍ​ນ້ຳ​ຂອງນະ​ຄອນ​ຢ່ຽນ​ຖາຍ​ແຂວງ​ຊ່ານ​ຕຸ່ງ

2018-07-12 16:18:41 cri

图片默认标题_fororder_shfnlsbhflsfjsfe1

ຫວ່າງ​ມໍ່ໆ​ມານີ້, ນະ​ຄອນ​ຢ່ຽນ​ຖາຍ ແຂວງ​ຊ່ານ​ຕຸ່ງ ໄດ້​ເຂົ້າ​ສູ່​ໄລ​ຍະ​ນ້ຳ​ມາກ, ດ້ວຍ​ເຫດ​ນີ້, ເພື່ອ​ຮັບ​ປະ​ກັນ​ໃຫ້​ທໍ່​ລະ​ບາຍ​ນ້ຳ​ໃນ​ຕົວ​ເມືອງ​ລຸ​ລ່ວງ​ດີ ແລະ​ປ້ອງ​ກັນ​ບໍ່​ໃຫ້​ນ້ຳ​ຖ້ວມ​ໃນ​ເມືອງ, ​ເຈົ້າ​ໜ້າ​ທີ່ພະ​ແນກ​ຄຸ້ມ​ຄອງ​ການ​ລະ​ບາຍ​ນ້ຳ​ໃນ​ເມືອງ​ຢ່ຽນ​ຖາຍ​ໄດ້​ນຳ​ໃຊ້​ຫຸ່ນ​ຍົນ​ກວດ​ກາ​ລະ​ບົບ ທໍ່​ລະ​ບາຍ​ນ້ຳ. ຫຸ່ນ​ຍົນ​ແບບ​ນີ້​ມີ​ກ້ອງ​ຖ່າຍ​ທີ່​ໝູນ​ໄດ້ 360 ອົງ​ສາ, ​ມີລະ​ບົບ LED ​ສ່ອງ​ແສງ​ແຈ້ງ​ສະ​ຫວ່າງ​ສູງ​ແລະ​ສົ່ງ​ຂໍ້​ມູນ​ໄດ້​ໃນ​ທຸກ​ເວ​ລາ ​ເຊິ່ງ​ສາ​ມາດ​ຊ່ວຍ​ຜູ້​ເຮັດ​ວຽກ​ຊອກ​ຫາ​ບ່ອນ​​ອຸດ​ຕັນ​ແລະ​ບ່ອນ​ເກີດ​ການ​ເຊື່ອມ​ກັດ​ຂອງ​ທໍ່​ນ້ຳ​​ໄດ້​ຢ່າງວ່ອງ​ໄວ​ແລະ​ຖືກ​ຈຸດ ເພື່ອ​ດຳ​ເນີນ​ການ​ສ້ອມ​ແປງ​ແລະ​ບຳ​ລຸງ​ຮັກ​ສາ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ຄຳ​ເຫັນ

0