李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WTO ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ນະ​ໂຍ​ບາຍ​ການ​ຄ້າ​ຂອງ​ຈີນ​ຄັ້ງ​ທີ 7

2018-07-12 16:11:16 cri

    ເລີ່ມ​ແຕ່​ວັນ​ທີ 11 ກໍ​ລະ​ກົດ​ນີ້​ເປັນ​ຕົ້ນ​ໄປ, ອົງ​ການ​ການ​ຄ້າ​ໂລກ ຫຼື WTO ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ນະ​ຄອນ​ເຊີ​ແນວ ໄດ້​ເລີ່ມ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ນະ​ໂຍ​ບາຍ​ຂອງ​ຈີນ​ຄັ້ງ​ທີ 7. ທ່ານ ວາງ​ໂຊ້​ເວີນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ທັງ​ເປັນ​ຮອງ​ຜູ້​ຕາງ​ໜ້າ​ການ​ເຈ​ລະ​ຈາ​ການ​ຄ້າ​ສາ​ກົນ​ຂອງ​ຈີນ ໄດ້​ແນະ​ນຳ​ຄວາມ​ຄືບ​ໜ້າ​ໃໝ່​ຂອງ​ຈີນໃນ​ຂົງ​ເຂດການ​ຄ້າ​ການ​ລົງ​ທຶນ, ມາດ​ຕະ​ການ​ຕົ້ນ​ຕໍ​ໃນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ ແລະ​ສ​ະ​ພາບການ​ດ້ານ​ອື່ນໆ.

    ທ່ານ ວາງ​ໂຊ້​ເວີນ ກ່າວ​ວ່າ: ປັດ​ຈຸ​ບັນ, ໂຄງ​ປະ​ກອບ​ການ​ຄ້າຫຼາຍ​ຝ່າຍ​ໄດ້​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ອັນ​ຂ້ຽວ​ຂາດ. ຈີນ​ຮຽກ​ຮ້ອງ​ໃຫ້​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ຈົ່ງ​ມີ​ຄວາມ​ເດັດ​ດ່ຽວ​ໃນ​ການ​ປົກ​ປ້ອງຫຼັກ​ການ​ພື້ນ​ຖານ​ແລະ​ເນື້ອ​ໃນ​ຈິດໃຈ​​ຂອງ​ໂຄງ​ປະ​ກອບ​ການ​ຄ້າຫຼາຍ​ຝ່າຍ ເຊັ່ນ: ຂໍ້​ຕົກ​ລົງ​ລະ​ຫວ່າງ​ປະ​ເທດ​ກ່ຽວ​ກັບ​ສິດ​ພິ​ເສດ​ທາງ​ການ​ຄ້າ ຫຼື MFN, ການ​ປະ​ຕິ​ບັດ​ຕໍ່​ຕ່າງ​ປະ​ເທດ​ຄື​ກັນ​ກັບ​ປະ​ເທດ​ຕົນ, ການ​ປະ​ຕິ​ບັດ​ແບບ​ພິ​ເສດ​ແລະ​ແບບ​ຕ່າງ​ກັນຕໍ່​ປະ​ເທດ​ພວມ​ພັດ​ທະ​ນາ ແລະ​ອື່ນໆ, ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິເຈົ້າ​ອຳ​ນາດ​, ລັດ​ທິ​ປົກ​ປ້ອງ​ແລະ​ລັດ​ທິ​ຝ່າຍ​ດຽວດ້ານ​ການ​ຄ້າ, ພ້ອມ​ກັນ​ນັ້ນ ກໍ​ຮຽກ​ຮ້ອງ​​ຢ່າງ​ແຮງ​ກ້າ​ໃຫ້​ແກ້​ໄຂ​ສະ​ພາບບໍ່​ໂລ່ງ​ລອຍ​ກັນ​ໃນ​ການ​ເລືອກ​ຕັ້ງ​ເພີ່ມ​ຕື່ມສະ​ມາ​ຊິກ​ຂອງ​ອົງ​ການ​ອຸ​ທອນ, ແກ້​ໄຂ​ການ​ຂົ່ມ​ຂູ່​​ຂອງ​ການ​ກະ​ທຳ​ລັດ​ທິ​ຝ່າຍ​ດຽວຢ່າງ​ເປັນ​ລະ​ບົບ​ຕໍ່​ອົງ​ການ​ການ​ຄ້າ​ໂລກ.

    ກົນ​ໄກ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ນະ​ໂຍ​ບາຍການ​ຄ້າ, ກົນ​ໄກ​ເຈ​ລະ​ຈາ​ການ​ຄ້າຫຼາຍ​ຝ່າຍ ແລະ ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ ແມ່ນ 3 ເສົາ​ຄ້ຳ​ຂອງ​ອົງ​ການ​ການ​ຄ້າ​ໂລກ, ທຸກໆ​ສະ​ມາ​ຊິກ​ລ້ວນ​ແຕ່​ຕ້ອງ​ຮັບ​ເອົາ​ການ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຢ່າງ​ເປັນ​ປະ​ຈຳ.

ຄຳ​ເຫັນ

0