尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ນາ​ຄານ​ກາງ​ກາ​ນາ​ດາ​ປະ​ກາດ​ປັບ​ຂຶ້ນອັດ​ຕາດອກ​ເບັ້ຍ

2018-07-12 11:51:26 cri

ເນື່ອງ​ຈາກຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ກາ​ນາ​ດາ-ອາ​​ເມ​ຣິກາ​ມີ​ຄວາມ​ຮຸນ​ແຮງ​ຫຼາຍ​ຂຶ້ນ, ທະ​ນາ​ຄານ​ກາງ​ກາ​ນາ​ດາ​ຈຶ່ງ​ໄດ້​ປະ​ກາດ​ຈະ​ເພີ່ມ​ອັດ​ຕາດອກ​ເບັ້ຍ​ອີກ​ເທື່ອ​ໜຶ່ງ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ ເຊິ່ງອັດ​ຕາ​ດອກ​ເບັ້ຍພື້ນ​ຖານ​ຈາກ 1,25% ຂຶ້ນ​ເປັນ 1,50%. ນີ້​ກໍ່​ແມ່ນ​ການ​ຂຶ້ນອັດ​ຕາດອກ​ເບັ້ຍ​ຄັ້ງ​ທີ 4 ໃນ 1 ປີ​ຜ່ານ​ມາ.

ທະ​ນາ​ຄານ​ກາງ​ກາ​ນາ​ດາ​ເຫັນ​ວ່າ, ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ອາດ​ຈະມີ​ຄວາມ​ຮຸນ​ແຮງ​ຂຶ້ນ​​ຕື່ມ​ທີ່​ເປັນໄພ​ຂົ່ມ​ຂູ່​ທີ່​ໃຫຍ່​ທີ່​ສຸດ​ຕໍ່​ສະ​ພາບ​ເສດ​ຖະ​ກິດ​ໂລກ​ໃນ​ຕໍ່​ໜ້າ. ບົດ​ລາຍ​ງານ​ຂອ​ງ​ທະ​ນາ​ຄານ​ດັ່ງ​ກ່າວ​ເນັ້ນ​ໜັກ​ວ່າ, ການ​ຄາດ​ຄະ​ເນ​ຕໍ່​ທ່າ​ອ່ຽງ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ລວມ​ທັງ​ປັດ​ໄ​ຈ​ທີ່​ມີຜົນ​ກະ​ທົບ​ຈາກ​ຄວາມ​ບໍ່​ແນ່​ນອນ​ດ້ານ​ການ​ຄ້າ​ຕໍ່​ການ​ລົງ​ທຶນ​ແລະ​ການ​ສົ່ງ​ອອກ​ຂອງ​ກາ​ນາ​ດາ,ບວກ​ກັບ​ສະ​ພາບ​ການ​ຄ້​າ​ທີ່​ນັບ​ມື້​ນັບ​ມີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ ກໍ່​​ຈະ​ ​ມີຜົນ​ກະ​ທົບ​ທີ່​ຮຸນ​ແຮງກວ່າ​ນີ້​ອີກ.

ທະ​ນາ​ຄານ​ກາງ​ກາ​ນາ​ດາ​ກ່າວ​ວ່າ: ທະ​ນາ​ຄານ​ຕົນ​ໄດ້​ພິ​ຈາ​ລະ​ນາ​ເຖິງ​ກຳ​ແພງ​ພາ​ສີຂອງ​ອາ​ເມ​ຣິ​ກາ​ທີ່​ມີຕໍ່​ຂະ​ແໜງ​ການ​ເຫຼັກ​ກ້າ​ແລະ​ອາ​ລູ​ມີ​ນຽມ​ຂອງ​ກາ​ນາ​ດາແລະ​ມາດ​ຕະ​ການຕອບ​ໂຕ້ຂອງ​ກາ​ນາ​ດາ.

ຄຳ​ເຫັນ

0