尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊອກເຫັນ​ສົບ​ຜູ້​ສຸດ​ທ້າຍ​ໃນ​ເຫດ​ການເຮືອ​​ຫຼົ້ມ​ຢູ່​ພູ​ເກັດ

2018-07-12 11:25:17 cri

ຕອນ​ບ່າຍ​ວັນ​ທີ 11 ກໍ​ລະ​ກົດ​ນີ້, ທ່ານ ນະ​ຣະ​ພັດ ປ​ລອດທອງ ເຈົ້າ​ແຂວງແຂວງ​ພູ​ເກັດ​ຂອງ​ໄທກ່າວ​ໃນ​ພິ​ທີຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ສະ​ພາບ​ການ​ກູ້​ໄພ​ແລະ​ຊ່ວຍ​ເຫຼືອ​ເຫດ​ການເຮືອ​ຫຼົ້ມ​ວ່າ: ຕອນ​ບ່າຍ​ມື້​ດັ່ງ​ກ່າວ, ໜ່ວຍກູ້​ໄພ​ແລະ​ຊ່ວຍ​ເຫຼືອ​ຂອງ​ໄທ​ແລະ​ຈີນ​ໄດ້ຊອກ​ເຫັນສົບ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍອີກ​ໜຶ່ງ​ສົບ, ຜ່ານ​ການ​ຢືນ​ຢັນ​ໃນ​ເບື້ອງ​ຕົ້ນ​ແລ້ວ​ວ່າ​ແມ່ນ​ຜູ້​ເສຍ​ຊີ​ວິດໃນເຫດ​ການເຮືອ “​ຟິ​ນິກ” ຫຼົ້ມ. ມາ​ຮອດ​ປັດ​ຈຸ​ບັນ, ສົບ​ຂອ​ງ​ຜູ້ເສຍ​ຊີ​ວິດທັງ​ໝົດ 47 ຄົນ​ໃນ​ເຫດ​ການດັ່ງ​ກ່າວ​ໄດ້​ຊອກ​ເຫັນ​ຄົບ​ໝົດ​ແລ້ວ.

ມາ​ຮອດ​ປັດ​ຈຸ​ບັນ, ໃນ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ 89 ຄົນ​ຢູ່​ເທິງ​ເຮືອ​ເລກ “ຟິ​ນິກ” ນັ້ນ, 42 ຄົນ​ໄດ້​ຮັບ​ການຊ່ວຍ​ເຫຼືອ​ຊີ​ວິດ, 47 ຄົນ​ເສຍ​ຊີ​ວິດ, ໃນ​ນັ້ນ​ໄດ້​ສຳ​ເລັດ​ການ​ພິ​ສູດ​ອັດ​ຕະ​ລັກ​ສົບ​ຂອງ​ຜູ້​ເສຍ​ຊີ​ວິດ 43 ສົບ​ແລ້ວ, ໄດ້​ຖືກ​ຢັ້ງ​ຢືນ​ວ່າ​ເປັນ​ພົນ​ລະ​ເມືອງ​ຈີນ.ນອກ​ນີ້,ຍັງ​ມີ​ສົບ​ຂອງ​ຜູ້​ເສຍ​ຊີ​ວິດອີກ 1 ສົບ​ຢູ່ທ້ອງ​ເຮືອ​ໃຕ້​ພື້ນ​ທະ​ເລ ແລະ ລໍ​ຖ້າການ​ນຳ​ຂຶ້ນ​ຝັ່ງ.

ທ່ານ ນະ​ຣະ​ພັດ ປ​ລອດ ກ່າວ​ຕື່ມ​ວ່າ: ໃນ​ຕໍ່​ໜ້າ, ແຂວງ​ພູ​ເກັດ​ຈະ​ເພີ່​ມ​ທະ​ວີ​ຄວາມ​ປອດ​ໄພ​ດ້ານ​ການ​ເດີນ​ເຮືອ​ຈາກ 3 ດ້ານ​ຄື: ເຮືອ, ຄົນ​ບັນ​ຊາ​ເຮືອ ແລະ ແອັດ​ເຮືອ,ພ້ອມ​ທັງ​ເພີ່ມ​ການ​ຕິດ​ຕັ້ງ​ກ້ອງວົງ​ຈອນ​ປິດແລະ​ອຸ​ປະ​ກອນ​ຕິດ​ຕາມ​ຄວບ​ຄຸມ​ແລະ​ເຕັກ​ນິກ​ໃໝ່​ຢູ່​ທ່າ​ເຮືອ,ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ຄວບ​ຄຸມ​ດ້ານ​ຄວາມ​ປອດ​ໄພໃຫ້​ຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0