李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສຳ​ເລັດ​​ໜ້າ​ວຽກ​ພື້ນ​ຖານ​ຂອງ​ຂົວໃຫຍ່​ຂ້າມແມ່​ນ້ຳ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ

2018-07-12 16:13:55 cri

    ຕອນ​ກາງ​ຄືນ​ວັນ​ທີ 10 ກໍ​ລະ​ກົດ​ນີ້ ໄດ້​ສຳ​ເລັດ​ໜ້າ​ວຽກ​ພື້ນ​ຖານ​ຂອງ​ຂົວ​ໃຫຍ່​ແມ່​ນ້ຳ​ຂອງ​ຕອນຫຼວງ​ພະ​ບາງ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ, ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໜ້າ​ວຽກ​​ພື້ນ​ຖານ​ຂອງ​ຂົວ​ໃຫຍ່ 2 ແຫ່ງ​ຂ້າມ​ແມ່​ນ້ຳ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ສຳ​ເລັດໂດຍ​ພື້ນ​ຖານ.

    ຂົວ​ໃຫຍ່​ແມ່​ນ້ຳ​ຂອງ​ຕອນຫຼວງ​ພະ​ບາງ ແມ່ນ​ໂຄງ​ການ​ຈຸດ​ສຳ​ຄັນຂອງ​ທາງ​ລົດ​ໄຟ​ຈີນ-ລາວ. ຂົວ​ນີ້​ຍາວ​ທັງ​ໝົດ 1.458,9 ແມັດ ແລະ​ມີ 34 ​ປ່ອງ​ນ້ຳ​ໄຫຼ. ໃນ​ນັ້ນ, ເສົາ​ຕົ້ນ​ຕໍ​ເລກ 21 ໃກ້​ກັບ​ແລວ​ເດີນ​ເຮືອ​ຕົ້ນ​ຕໍ​ຂອງ​ແມ່​ນ້ຳ​ຂອງ, ນ້ຳ​ໄຫຼ​ໄວ​ແລະ​ເລິກ, ແມ່ນ​ເສົາໜຶ່ງ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​​ໃນການກໍ່​ສ້າງຫຼາຍ​ທີ່​ສຸດ, ເຕັກ​ນິກ​ການ​​ກໍ່ສ້າງ​ສະຫຼັບ​ສັບ​ຊ້ອນ​ທີ່​ສຸດ ແລະ​ມີ​ຄວາມ​ສ່ຽງ​ໃນ​ການກໍ່​ສ້າງ​ສູງ​ທີ່​ສຸດໃນ 5 ເສົາຕົ້ນ​ຕໍ​ຂອງ​ຂົວ​ໃຫຍ່​ແມ່​ນ້ຳ​ຂອງ​ຕອນຫຼວ​ງ​ພະ​ບາງ.

ຄຳ​ເຫັນ

0