黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ເທດ​ຕ່າງໆ​ຄວນ​ຮ່ວມ​ກັນ​ສຸມ​ໃສ່​ແກ້​ໄຂ​ບັນຫາ​ການ​ພັດທະນາ​ບໍ່​ສົມ​ດຸນ​ກັນ ​ແລະ​ບໍ່​ເຕັມທີ່

2018-07-17 16:26:27 CRI

ຄະນະ​ຜູ້​ແທນ​ຂອງ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ​ຮ່ວມ​ກັບຄະນະ​ວຽກ​ງານ​ເສດຖະກິດ​ແລະ​ສັງຄົມ​ອົງການ​ສະຫະ​ປະຊາ​ຊາດ ຫຼື UNDESA ແລະ ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ ຫຼື UNDP ​ໄດ້​ຈັດ​ກອງ​ປະຊຸມ​ຂັ້ນສູງ​ໃນ​ຫົວ​ຂໍ້ “ຮັບ​ມື​ກັບ​ການ​ພັດທະນາ​ທີ່​ບໍ່​ສົມ​ດຸນ ​ບໍ່​ເຕັມທີ່, ບັນລຸ​ເປົ້າໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ” ຂຶ້ນຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະປະຊາ​ຊາດ​ທີ່​ນິວຢອກ ​ໂດຍທ່ານໝ໊າຈ່າວ​ຊີ້​ວ໌ ຜູ້​ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ເຂົ້າຮ່ວມ ​ແລະ​ກ່າວ​ປາ​ໄສ.

ທ່ານໝ໊າຈ່າວ​ຊີ້​ວ໌ ກ່າວ​ວ່າ: ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກກ​ອມມູນິດ​ຈີນ ຊີ້​​ແຈ້ງໃນບົດ​ລາຍ​ງານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 19 ວ່າ: ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງຈີນ​ໄດ້​ເຂົ້າສູ່​ຍຸກ​ໃໝ່ ​ແລະ ຄວາມ​ຂັດ​ແຍ້​ງຕົ້ນຕໍ​ຂອງ​ສັງຄົມ​ຈີນ ​ໄດ້​ຫັນປ່ຽນ​ມາ​ເປັນຄວາມ​ຂັດ​ແຍ້​ງລະຫວ່າງ​ຄວາມ​ຕ້ອງການ​ດ້ານ​ຊີວິດ​ການ​ເປັນ​ຢູ່​ທີ່​ດີງາມ​ຂອງ​ປະຊາຊົນ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ກັບ​ການ​ພັດທະນາ​ທີ່​ບໍ່​ສົມ​ດຸນ ​ແລະ​ບໍ່​ເຕັມ​ທີ່. ຈີນ​ຖື​ເອົາ​ທັດສະນະ​ການ​ປະດິດ​ສ້າງ, ການ​ປະສານ​ງານ, ສີຂຽວ, ​ເປີດ​ປະຕູ ​ແລະ ພັດທະນາ​ຮ່ວມ​ກັນ​ເປັນ​ທິດຊີ້​ນຳ ​ເພື່ອສຸມ​ໃສ່​ແກ້​ໄຂ​ບັນຫາ​ການ​ພັດທະນາ​ທີ່​ບໍ່​ສົມ​ດຸນ ​ແລະບໍ່​ເຕັມທີ່, ພະຍາຍາມ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິພາບ​ຂອງ​ການ​ພັດທະນາ. ຂະນະ​ທີ່​ການ​ພັດທະນາ​ທີ່​ບໍ່​ສົມ​ດຸນ​ແລະ​ບໍ່​ເຕັມທີ່​ກໍ​ເປັນ​ບັນຫາ​ທີ່​ປະ​ເທດຕ່າງໆ​ຜະ​ເຊີນ. ສະນັ້ນ, ປະ​ເທດ​ຕ່າງໆ​ຄວນ​ຮ່ວມ​ທຸກ​ຮ່ວມ​ສຸກ ​ກ້າວເດີນ​ໄປ​ຕາມ​ເສັ້ນທາງ​ພັດທະນາ​ທີ່​ທ່ຽງ​ທຳ, ​ເປີດ​ປະຕູ, ຮອບ​ດ້ານ ​ແລະ ປະດິດ​ສ້າງ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ໃຫ້​ປະ​ເທດ​ຕ່າງໆ​ພັດທະນາ​ຮ່ວມ​ກັນ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆ ​​ຮ່ວມກັນ​ປົກ​ປັກ​ຮັກສາ​ລະບົບ​ການ​ຄ້າ​ເສລີ ​ແລະ​ການ​ຄ້າຫຼາຍຝ່າຍ ​ແລະ ​ເດັດດ່ຽວ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ.

ຄຳ​ເຫັນ

0