黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລີ່ມ​ພິມ​ຈຳ​ໜ່າຍປຶ້ມ “ຄົ້ນ​ຄວ້າ​ແນວ​ຄິດການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ທ່ານ​ສີ​ຈິ້​ນ​ຜິງ”

2018-07-17 15:14:10 cri

图片默认标题_fororder___172.100.100.3_temp_9500033_1_9500033_1_1_8d2d7949-86fe-4164-8448-c2dc9f9f03fc

ເພື່ອ​ລະ​ນຶກ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ຄົບ​ຮອບ 40 ປີ, ​ປຶ້ມ“ຄົ້ນ​ຄວ້າ​ແນວ​ຄິດການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ທ່ານ​ສີ​ຈິ້​ນ​ຜິງ” ໄດ້​ພິມ​ຈຳ​ໜ່າຍ​ໂດຍ​ສຳ​ນັກພິມ​ຈຳ​ໜ່າຍ​ປະ​ຊາ​ຊົນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້. ​ປຶ້ມ​ດັ່ງ​ກ່າວ​ແມ່ນ​ປຶ້ມ​ທີ່​ບັນ​ຍາຍ​ແນວ​ຄິດ​ຂອງ​ທ່ານ​ສີ​ຈິ້​ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຮອບ​ດ້ານ​ຫົວ​ທຳ​ອິດ.

图片默认标题_fororder___172.100.100.3_temp_9500033_1_9500033_1_1_cb9d9730-7c77-477f-ae17-da32de9e75c8

ປຶ້ນ​ດັ່ງ​ກ່າວ​ໄດ້​ບັນຍາຍ​ເບື້ອງ​ຫຼັງ​ປະ​ຫວັດ​ສາດ, ແຫຼ່ງ​ທິດ​ສະ​ດີ​ທີ່​ແນວ​ຄິດ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ຈໍ່​ຕົວ​ຂຶ້ນຢ່າງ​ເປັນ​ລະ​ບົບ, ໄດ້​ອະ​ທິ​ບາຍການ​ປະ​ກອບ​​ສ່ວນ​ທີ່ສຳ​ຄັນ​ດ້ານ​ທິດ​ສະ​ດີ​ຂອງ​ແນວ​ຄິດ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ຢ່າງ​ເລິກ​ເຊິ່ງ, ​ຕົ້ນ​ຕໍໄດ້​ຄົ້ນ​ຄວ້າ​ແລະ​ວິ​ເຄາະ​ແນວ​ຄິດ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ກ່ຽວ​ພັນ​ກັ​ນຢ່າງ​ໃກ້​ຊິດ​ກັບ​ການ​ຈັດ​ວາງ​​ໂດຍ​ລວມ “ການ​ພັດ​ທະ​ນາ​ພາ​ລະ​ກິດ 5 ດ້ານ​ຢ່າງເປັນ​ເອ​ກະ​ພາບ​ກັນ”. ປຶ້ມ​ຫົວ​ນີ້​ທັງ​ໝົດ​ມີ​ຕົວ​ໜັງ​ສື 350,000 ​ໂຕ, ໄດ້​ວິ​ເຄາະ​ລະ​ບົບ​ທິດ​ສະ​ດີ​ຂອງ​ແນວ​ຄິດ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ຢ່າງ​ຮອບ​ດ້ານ​ຈາກ 9 ດ້ານ​ຄື: ກຳ​ໂອ​ກາດ​ໃໝ່​ການ​ປະ​ຕິ​ຮູບ​ແລະ​ການ​ພັດ​ທະ​ນາ, ຊຸກ​ຍູ້​ການ​ປະ​ຕິ​ຮູບອົງປະ​ກອບ​ດ້ານ​ການ​ສະ​ໜອງ, ​ປະ​ຕິ​ບັດ​ການ​ພົວ​ພັນ​ລະ​ຫວ່າງ​ລັດ​ຖະ​ບານ​ແລະ​ຕະ​ຫຼາດ​ຢ່າງ​ຖືກ​ຕ້ອງ, ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ວັດ​ທະ​ນະ​ທຳ​ເຂັ້ມ​ແຂງ, ສ້າງ​ສະ​ຖາ​ນະ​ການ​ປົກ​ຄອງສັງ​ຄົມ​ຮ່ວມ​ກັນ​, ​ແລະ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ຮ່ວມ, ສ້າງ​ປະ​ເທດ​ຈີນ​ທີ່​ສວຍ​ງາມ, ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​​ຂອງມວນ​ມະ​ນຸດແລະ​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ໃນ​ຂະ​ບວນ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ.

ຄຳ​ເຫັນ

0