黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ FED ກ່າວ​ວ່າ: ອັດ​ຕາ​ພາ​ສີ​ທີ່​ສູງ​ກວ່າ​ເກົ່າ​ບໍ່​ມີ​ຜົນ​ດີ​ຕໍ່​ອາ​ເມ​ຣິ​ກາ

2018-07-18 16:21:51 cri

ຕາມ​ຂ່າວ CRI: ໃນ​ງານ​ຟັງ​ຄຳ​ໃຫ້​ການ​ຂອງ​ສະ​ພາ​ສູງ​ອາ​ເມ​ຣິ​ກາ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້, ທ່ານ​ເຈິ​ໂຣມ ພາວ​ເວວ ປະ​ທານ​ທະ​ນາ​ຄານ​ກາງ​ຫຼື FED ຂອງ​ອາ​ເມ​ຣິ​ກາ​ກ່າວ​ວ່າ, ປັດ​ຈຸ​ບັນ​ວິ​ທີທີ່​ດີ​ທີ່​ສຸດ​ກໍ​ຄືຍົກ​ສູງ​ອັດ​ຕາ​ດອກ​ເບັ້ຍ​ກອງ​ທຶນ​ແຫ່ງ​ລັດ​ເທື່ອ​ລະ​ກ້າວ. ສຳ​ລັບ​ບັນ​ຫາ​ການ​ຄ້າ​ທີ່​ປະ​ຈັກ​ຕາ​ທີ່​ສຸດ, ທ່​ານ​​ພາວ​ເວວ ກ່າວ​ວ່າ, ​ປັດ​ຈຸ​ບັນ​ການຄາດ​ຄະ​ເນ​ຜົນ​ກະ​ທົບ​ຂອງ​ນະ​ໂຍບ​າຍ​ການ​ຄ້າ​ຕໍ່​ເສດ​ຖະ​ກິດ​ແມ່ນ​ເລື່ອງ​ຍາກ​ທີ່​ສຸດ, ແຕ່​ວ່າ​ອັດ​ຕາ​ພາ​ສີ​ສູງ​ເປັນ​ໄລ​ຍະ​ຍາວ​ບໍ່​ມີ​ຜົນ​ດີ​ຕໍ່​ເສດ​ຖະ​ກິດ.

ທ່ານ​ພາວ​ເວວ ກ່າວ​ວ່າ, ​ໃນ​ປີ​ຜ່ານ​ມາຍ້ອນ​ວ່າ​ອາ​ເມ​ຣິ​ກາ​ໄດ້​ເກີດ​ມີ​ຄວາມ​ຂັດ​ແຍ້ງ​ການ​ຄ້າ​ກັບ​ຄູ່​ການ​ຄ້າ​ໃຫຍ່​ສຳ​ຄັນ​ຂອງ​ໂລກ​ລວມທັງສະ​ຫະ​ພາບ​ເອີ​ລົບ, ກາ​ນາ​ດາ, ຈີນ​ແລະ​ອື່ນໆ​, ເບິ່ງ​ຈາກ​ດ້ານ​ລວມ​ແລ້ວ, ປະ​ເທດ​ທີ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ການ​ຄ້າ​ນັ້ນ​ເສດ​ຖະ​ກິດ​ເຕີບ​ໂຕ​ຈະ​ໄວ​ກວ່າ.

ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ຫຼື IMF ກໍ​ໄດ້​ເຕືອນ​ໃນ​ວັນ​ທີ 16 ກໍ​ລະ​ກົດ​ນີ້​ວ່າ, ຕາມ​ການ​​ຄາດ​ຄະ​ເນ​ໃນ​ປັດ​ຈຸ​ບັນ, ຖ້າ​ວ່າ​ການ​ຂົ່ມ​ຂູ່​​ການ​ຂຶ້ນ​ພາ​ສີ​ກາຍ​ເປັນ​ຄວາມ​ຈິງ​ເທື່ອ​ລະ​ກ້າວ, ຮອດ​ປີ 2020, ​ລວມຍອດ​ຜະ​ລິດ​ຕະ​ພັນທົ່ວ​ໂລກ​ອາດ​ຈະ​ຕ່ຳ​ກວ່າ​ການ​ຄາດ​​ຄະ​ເນ​ໃນ​ປັດ​ຈຸ​ບັນ​ປະ​ມານ 0,5%.

ຄຳ​ເຫັນ

0