覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ວ່າ ການ​ເຈ​ລະ​ຈາRCEPກຳ​ລັງ​ເລັ່ງໃຫ້​ໄວ​ຂຶ້ນ

2018-07-18 11:05:00 cri

ວັນ​ທີ 17 ກໍ​ລະ​ກົດ​ນີ້ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ນາງ​ກ່າວ​ຢ້ຽນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຄ້າ​ຈີນເປີ​ດ​ເຜີຍ​ວ່າ ການ​ເຈ​ລະ​ຈາ​ສັນ​ຍາ​ວ່າ​ດ້ວຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນຫຼືRCEP​ກຳ​ລັງ​ເລັ່ງ​​ໃຫ້ໄວ​ຂຶ້ນ.
 

 ການ​ເຈ​ລະ​ຈາRCEP​ໄດ້​ດຳ​ເນີນ​ໄປ​ແລ້ວ 22 ຮອບ. ຢູ່​ໃນ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 5 ຂອງRCEP ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ໂຕ​ກຽວ​ປະ​ເທດ​ຍີ່​ປຸ່ນ​ຫວ່າງ​ບໍ່​ດົນ​ມາ​ນີ້, ບັນ​ດາ​ຝ່າຍ​ລ້ວນ​ແຕ່​ເຫັນ​ວ່າ ພາຍ​ໃຕ້​ສະ​ພາບ​ການ​ທີ່​ການ​ຄ້າ​ທົ່ວ​ໂລກ​ໃນ​ປັດ​ຈຸ​ບັນ​ກຳ​ລັງ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຈາກ​ລັດ​ທິ​ຝ່າຍ​ດຽວ, ​ສະ​ນັ້ນ, ການ​ເຈ​ລະ​ຈາRCEP​ໃຫ້​ສຳ​ເລັດໂດຍ​ໄວ​ນັ້ນ​ມີ​ຄວາມ​ສຳ​ຄັນຫຼາຍ, ນອກ​ນີ້ ບັນ​ດາ​ຝ່າຍ​ຍັງ​ຢືນ​ຢັນ​ວ່າ ຈະ​ພະ​ຍາ​ຍາມ​ໃຫ້​ບັນ​ລຸ​ຜົນ​ສຳ​ເລັດ​ໂດຍລວມ​ກ່ອນ​ທ້າຍ​ປີ​ນີ້.
 

 ທ່ານ​ນາງ​ກ່າວ​ຢ້ຽນ​ຢືນ​ຢັນ​ວ່າ ​ໃນ​ການ​ເຈ​ລະ​ຈາ, ຈີນ​ຈະ​ເຄົາ​ລົບ​ແລະ​ສະ​ໜັບ​ສະ​ໜູນ​ໃນຖາ​ນະ​​ເປັນແກນ​ກາງ​ຂອງ​ອາ​ຊຽນ​ຄື​ທີ່​ຕົນ​ໄດ້​ປະ​ຕິ​ບັດ​ຜ່ານ​ມາ, ຕັ້ງ​ໜ້າ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ເພື່ອ​ຊຸກ​ຍູ້​ໃຫ້​ບັນ​ລຸ​ສັນ​ຍາ​ທີ່​ທັ​ນ​ສະ​ໄໝ,ຮອບ​ດ້ານ, ມີ​ຄຸນ​ນະ​ພາບ​ສູງ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.
 

 ຕາມ​ຂໍ້​ມູນ​ຈາກ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ກ່ຽວ​ຂ້ອງ, ມາ​ຮອດ​ທ້າຍ​ປີ​ 2017, RCEPໄດ້​ກວມ​ເອົາ​ຈຳ​ນວນ​ປະ​ຊາ​ກອນຫຼາຍກວ່າ 3,5 ຕື້​ຄົນ, ກວມເກືອບ 48% ຂອງ​ປະ​ຊາ​ກອນ​ທົ່ວ​ໂລກ, ລວມຍອດ​ຜະ​ລິ​ດ​ຕະ​ພັນ​ພາຍ​ໃນຫຼື GDP ບັນ​ລຸ 23.800 ຕື້​ໂດ​ລາ​ສະ​ຫະ​ລັດ,ກວມຫຼາຍກວ່າ 31%​ຂອງ​ໂລກ.

ຄຳ​ເຫັນ

0