吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ເຫັນຣັດ​ເຊຍ ​ແລະ​ອາ​ເມ​ລິກາ​ປັບປຸງ​ສາຍ​ພົວພັນກັນ

2018-07-18 16:28:31 cri

ວັນ​ທີ 17 ກໍລະກົດ​ນີ້, ທ່ານ​ນາງ ຮ້ວາ​ຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ຄຳຖາມ​ກ່ຽວ​ກັບ​ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດຣັດ​ເຊຍ ​ແລະ​ອາ​ເມ​ລິ​ກາ​ວ່າ: ຈີນ​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ເຫັນຣັດ​ເຊຍ ​ແລະ​ອາ​ເມ​ລິ​ກາ​ປັບປຸງ​ສາຍ​ພົວພັນ​ກັນ.

ທ່ານນາງ​ກ່າວ​ວ່າ: ຣັດ​ເຊຍ ​ແລະ​ອາ​ເມ​ລິ​ກາ​​ເປັນ​ປະ​ເທດ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ, ​ເປັນ​ປະ​ເທດ​​ໃຫຍ່​ທີ່​ມີ​ອິດ​ທິພົນ​ສຳຄັນ​ຕໍ່​ສາກົນ ​ແລະກໍ​ມີ​ຄວາມ​ຮັບຜິດຊອບ​ສຳຄັນ​ຕໍ່ສັນຕິພາບ ​ແລະ​ຄວາມ​ໝັ້ນຄົງສາກົນ. ຈີນ​ຍິນ​ດີທີ່​ເຫັນຣັດ​ເຊຍ ​ແລະ​ອາ​ເມ​ລິ​ກາ​ປັບປຸງ​ສາຍ​ພົວພັນ​ກັນອີກ, ຫວັງ​ວ່າ​ສອງ​ຝ່າຍຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ເຈລະຈາ ​ແລະເປີດ​ກວ້າງ​ການ​ຮ່ວມ​ມື ​ເຊິ່ງມີ​ຜົນ​ດີ​ຕໍ່​ພາລະກິດ​ສັນ​ຕະພາບ ​ແລະ​ການ​ພັດທະນາ​ຂອງ​ໂລກ, ກໍຄື​ມີ​ຜົນ​ດີຕໍ່​ປະຊາ​ຄົມ​ໂລກ​ຮ່ວມ​ມື​​ໃນ​ການ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​. ສຳລັບຄຳຖາມທີ່​ວ່າການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດຣັດ​ເຊຍ ​ແລະ​ອາ​ເມ​ລິ​ກາ​ມີ​ຜົນ​ກະທົບ​ຕໍ່​ສາຍ​ພົວພັນ​ຈີນ-ຣັດ​ເຊ​ຍ ​ແລະ​ຈີນ-ອາ​ເມ​ລິ​ກາ​ຫຼື​ບໍ, ຂ້າພະ​ເຈົ້າ​ຄິດ​ວ່າບໍ່​ມີ. ພວກ​ເຮົາ​ມີ​ຄວາມ​ໝັ້ນ​​ໃຈ​ຢ່າງ​ເຕັມ​ສ່ວນ​ຕໍ່​ສາຍ​ພົວພັນ​ການປະສານ​ງານ​ຍຸດ​ທະ​ສາດ​ຮອບດ້ານ​ຂອງ​ຈີນ-ຣັດ​ເຊຍ.

ຄຳ​ເຫັນ

0