黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້​ພົບ​ປະ​ກັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ

2018-07-18 16:20:11 cri

ວັນ​ທີ 17 ກໍ​ລະ​ກົດ​ນີ້, ທ່ານວາງ​ຢີ້, ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່​ານເທດ​ຣົດ ແອດ​ໂນມ ເກ​ຣ​ບີ​ຣ​ຍີ​ເຊີດ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ.

ທ່ານ​ຫວາງ​ຢີ້ ກ່າວ​ວ່າ, ສຸ​ຂະ​ພາບ​​ແຂງ​ແຮງ​ແມ່ນ​ເນື້ອ​ໃນ​ສຳ​ຄັນ​ດ້ານ​ການບໍ​ລິ​ການ​ທົ່ວ​ໂລກ​ແລະ​ຍຸດ​ທະ​ສາດ​ການພັດ​ທະ​ນາ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ. ຈີນ​ຍິນ​ດີ​ຖື​ເອົາ “ເສັ້ນ​ທາງ​ສາຍ​ໄໝ​ທີ່​ມີ​ສຸ​ຂະ​ພາບ​ແຂງ​ແຮງ”ໃນ​ຂໍໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, “​ການ​ເຄື່ອນ​ໄຫວອາ​ຟ​ຣິ​ກາ​ທີ່​ມີ​ສຸ​ຂະ​ພາບ​ແຂງ​ແຮງ” ໃນ​ການ​ຮ່ວມ​ມື​ຈີນ​ແລະ​ອາ​ຟ​ຣິ​ກາ​ແລະ​ການ​ກໍ່​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ອີ່ມ​ໜຳ​ສຳ​ລານ​ໃນ​ເປົ້າ​ໝາຍ​ຮ້ອຍ​ປີ 2 ປະ​ການຂອງ​ຈີນ​​ໃຫ້ເຊື່ອມ​ຈອດ​​ເຂົ້າກັບ​ແຜນ​ການ​ຍຸດ​ທະ​ສາດ​ໃນ 5 ປີ​ຕໍ່​ໜ້າ​ຂອງ​ອົງ​ກາ​ນ​ອະ​ນາ​ໄມ​ໂລກ, ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​​ວຽກ​ງານ​ສຸ​ຂະ​ພາບ​ແຂງ​ແຮງ​ຂອງ​ໂລກ, ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ຄົນ​ຮຸ້ນ​ຫຼັງ.

ທ່​ານເທດ​ຣົດ ແອດ​ໂນມ ເກ​ຣ​ບີ​ຣ​ຍີ​ເຊີດ ສະ​ແດງ​ຄວາມ​ເຫັນ​​ດີ​ເຫັນພ້ອມ​ຕໍ່​ເລື່ອງ​ນີ້, ແລະ​ຂອບ​ໃຈ​ຢ່າງ​ສູງ​ນຳ​ຈີນ​ທີ່​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ​ຕະ​ຫຼອດ​ມາ, ແລະ​ກ່າວ​ວ່າ​ອົງ​ການ​ອະ​ນາ​ໄມ​ໂລກ​ຍິນ​ດີ​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢ່າງ​ຕັ້ງ​ໜ້າ.

ຄຳ​ເຫັນ

0