黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ​ຮ້​ວາ​ຊຸນ​ຢິງ​ກ່າວ​ຕອບ​ໂຕ້​ອາ​ເມ​ຣິ​ກາ​ຕຳ​ນິ​ຈີນ​ບໍ່​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​​ອົງ​ການ​ການ​ຄ້າ​ໂລກ

2018-07-18 16:20:53 cri

ຕາມ​ຂ່າວ CRI: ໂດຍ​ແນ​ໃສ່​ຖ້ອຍ​ຄວາມ​ຂອງ​ອາ​ເມ​ຣິ​ກາ​ທີ່​ຕຳ​ນິຈີນ​ບໍ່​ປະ​ຕິ​ບັດ​ຕາມກົດ​ລະ​ບຽບ​​ຂອງ​ອົງ​ການ​ການ​ຄ້າ​ໂລກ​ຫຼື WTO, ​ທ່ານ​ນາງ​ຮ້​ວາ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນໄດ້​ກ່າວ​ຕອບ​ໂຕ້​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້.

ທ່ານ​ນາງ​ຮ້​ວາ​ຊຸນ​ຢິງ ກ່າວ​ວ່າ: ຈີນ​ໄດ້​​ອອກປຶ້ມ​ປົກ​ຂາວ “ຈີນ​ແລະ​ອົງ​ການ​ການ​ຄ້າ​ໂລກ” ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ​ຈະໃຊ້​ເລື່ອງ​ຈິງ​ແລະ​ຕົວ​ເລກ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ຢ່າງ​ຮອບ​ດ້ານໃນ​ດ້ານ​ການ​ຫຼຸດ​ພາ​ສີ​ຕໍ່​ສິນ​ຄ້າ, ເປີດ​ປະ​ຕູ​ການ​ຄ້າ​ບໍ​ລິ​ການ, ໂກ​ຕາ​ການ​ນຳ​ເຂົ້າ​ເປັນ​ຕົ້ນ​ເຊິ່ງ​ເປັນ​ມາດ​ຕະ​ການ​ບໍ່​​ກ່ຽວ​ກັບ​ດ້ານ​ພາ​ສີ. ຖ້າ​ວ່າ​ຈີນ​ບໍ່​ປະ​ຕິ​ບັດ​ຕາມ​​ກົດລະ​ບຽບ WTO, ເປັນ​ຫຍັງ​ຈີນ​ຈຶ່ງ​ເດັດ​ດ່ຽວຍຶດ​ໝັ້ນ​​ການຮັກ​ສາ​ມູນ​ຄ່າ​ຕົ້ນ​ຕໍ​ແລະ​ຫຼັກ​ການ​ພື້ນ​ຖານຂອງ WTO ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ? ​ຈີນ​ບໍ່​ໄດ້​ປະ​ຕິບັດ​ມ​າດ​ຕະ​ການ​ຝ່າຍ​ດຽວ​ຢ່າງ​ທົ່ວ​ທີບ​ທັງ​ໃນ​ເມື່ອ​ກ່ອນ, ປັດ​ຈຸ​ບັນ​ແລະ​ອະ​ນາ​ຄົດ, ​ບໍ່​ໄດ້ລະ​ເມີດ​ຫຼັກ​ການ​ພື້ນ​ຖານ​ຂອງ WTO ເຊັ່ນ, ​ການ​ເປີດ​ປະ​ຕູ​ແບບ​ເສ​ລີ, ບໍ່​ດູ​ໝິ່ນ​ຝ່າຍ​ໃດ​ຝ່າຍ​ໜຶ່ງ, ຂໍ້​ຈຳ​ກັດ​ດ້ານ​​ພາ​ສີ, “ການ​ປະຕິ​ບັດ​ແບບ​ພິ​ເສດ​ແລະ​ແຕກ​ຕ່າ​ງ​ກັນ” ແລະ​ອື່ນໆ. ໃນ​ເວ​ລາ​ຜະ​ເຊີນ​ກັບ​ບັນ​ຫາ​ສຳ​ຄັນ​ຕ່າງໆ, ຈີນ​ມີ​ຈຸດ​ຢືນ​ປະ​ຕິ​ບັດ​ຕາມ​ຫຼັກ​ການ, ມີ​ຄວາມ​ເຄົາ​ລົບ​ຄຳ​ໝັ້ນ​ສັນ​ຍາ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ.

ທ່ານ​ນາງ​ຮ້​ວາ​ຊຸນ​ຢິງ ກ່າວ​ຕື່ມ​ວ່າ, ຄວາ​ມ​ພະ​ຍາ​ຍາມ​ຂອງ​ຈີນ​ທີ່​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ຂອງ WTO ແລະ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ໄດ້​ຮັບ​ຄວາມ​ເຫັນ​ດີເຫັນ​ພ້ອມ​ຢ່າງກວ້າງ​ຂວາງ​ຈາກ​ປະ​ຊາ​ຄົມ​ໂລກ. ທ່ານໂຣ​ເປີ​ໂຕ ອາ​ເຊ​ເວ​ໂດ ຜູ້​ອຳ​ນວຍ​ການ​ໃຫຍ່​ WTO ກ່າວ​ວ່າ, ນັບ​ແຕ່​ຈີນ​ເຂົ້າ​ເປັນ​ສະ​ມາ​ຊິກ​ WTO ເມື່ອ​ປີ 2001 ມາ​ນີ້, ໄດ້​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ນີ້​ເປັນ​ເລື່ອງ​ທີ່​ໜ້າ​ຊື່ນ​ຊົມ. ທີ່​ຈິງ​ແລ້ວ, ອາ​ເມ​ຣິ​ກາ​ເອງ​ກໍ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ການ​ທີ່​ຈີນ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ເຂົ້າ​ເປັນ​ສະ​ມາ​ຊິກ WTO ​ໃນ 16 ປີ​ລຽນ​ຕິດ, ນອກ​ຈາກ​ປີ​ນີ້​ແລ້ວ, ໃນ 15 ສະ​ບັບ​ຜ່ານ​ມາ​ລ້ວນ​ແຕ່​ບໍ່​ມີ​ຄວາມ​ເວົ້າ​ທີ່​ວ່າ “ການ​ກະ​ທຳ​ຜິດ”.

ຄຳ​ເຫັນ

0