尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ຂອງ​ສື່ມວ​ນ​ຊົນ​ປະ​ເທດບ​ຣິກ​ສ໌​ຄັ້ງ​ທີ 3 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຄັບ​ທາວ​ປະ​ເທດ​ອາ​ຟ​ຣິ​ກາ​ໃຕ້​

2018-07-18 16:43:53 cri

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ຂອງ​ສື່ມວ​ນ​ຊົນ​ປະ​ເທດບ​ຣິກ​ສ໌​ຄັ້ງ​ທີ 3 ຈະຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຄັບ​​ທາວປະ​ເທດ​ອາ​ຟ​ຣິ​ກາ​ໃຕ້​ໃນ​ວັນ​ທີ 18 ຫາ​ວັນ​ທີ 19 ກໍ​ລະ​ກົດ​ນີ້. ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ສື່ມວນ​ຊົນ​ຈາກ 5 ປະ​ເທດບ​ຣິກ​ຈະ​ສຸມ​ໃສ່​ປຶກ​ສາ​ຫາ​ລືຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ 3 ຫົວ​ຂໍ້​ຄື: “ເພີ່ມ​ການ​ກະ​ຈາຍ​ຂ່າວ​ກ່ຽວ​ກັບ​ບ​ຣິກ​ສ໌​ແລະ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ສື່ມວນ​ຊົນ” “ສ້າງ​ໂລກແລະ​ຊົມ​ໃຊ້​ອະ​ນາ​ຄົດ​ຮ່ວມ​ກັນ​ດ້ວຍ​ທັດ​ສະ​ນະ​ຂ່າວ​ທີ່​ສ້າງ​ສັນ​ແລະ​ມີ​ການ​ພັດ​ທະ​ນາ,ສະ​ແຫວງ​ຫາ​ຊ່ອງ​ທາງ​ການເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສື່​ໃໝ່​ຂອງ​ປະ​ເທດບ​ຣິກ​ສ໌” ແລະ “ສື່ມວນ​ຊົນ​ປະ​ເທດບ​ຣິກ​ສ໌​ແລະ​ອາ​ຟ​ຣິ​ກາ​”.

ປີ 2018 ນີ້, ອາ​ຟ​ຣິ​ກາ​ໃຕ້​ຮັບ​ໜ້າ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ປະ​ເທດບ​ຣິກ​ສ໌, ການ​ພົບ​ປະ​ຄັ້ງ​ທີ 10 ຂອງ​ຜູ້​ນຳປະ​ເທດບ​ຣິກ​ສ໌​ກໍ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຈອນ​ເນ​ສ​ເບີກ​ຂອງ​ອາ​ຟ​ຣິ​ກາ​ໃຕ້​ແຕ່​ວັນ​ທີ 25 ຫາ​ວັນ​ທີ 27 ກໍ​ລະ​ກົດ​ນີ້. ເວ​ທີ​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ຂອງ​ສື່ມວນ​ຊົນ​ຄັ້ງ​ນີ້​ກໍ່​ເປັນ​ພາກ​ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ຂອງກອງ​ປະ​ຊຸມ​ປະ​ຈຳ​ປີ​ການ​ຮ່ວມ​ມື​ປະ​ເທດ​ບ​ຣິກ​ສ໌​ປີ 2018.

ຄຳ​ເຫັນ

0