尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ຫົວ​ຂໍ້​ອາ​ຟ​ຣິ​ກາ​ຂອງ​ການ​ສົນ​ທະ​ນາ​ລະ​ດັບ​ສູງ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ພັກ​ການ​ເມືອງ​ໂລກ​ໄຂ​ຂຶ້ນ​ຢູ່​ຕັງ​ຊາ​ນີ

2018-07-18 16:43:16 cri

ກອງ​ປະ​ຊຸມ​ຫົວ​ຂໍ້​ອາ​ຟ​ຣິ​ກາ​ຂອງ​ການ​ສົນ​ທະ​ນາ​ລະ​ດັບ​ສູງ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ພັກ​ການ​ເມືອງ​ໂລກ​ໄດ້​ຈັດ​ຂຶ້ນ​ຢູ່ນະ​ຄອນ​ດາ​ອິ​ສ​ຊາ​ລາມ​ປະ​ເທດ​ຕັງ​ຊາ​ນີ, ທ່ານ ຊົ້ງ​ທ່າວ ຫົວ​ໜ້າ​ຄະ​ນະພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ແລະ ທ່ານ ຈອນ​ໂປມ​ບີ ມາ​ກູ​ຟູ​ລີ ປະ​ທາ​ນາ​ທິ​ບໍ​ດີ​ແລະ​ປະ​ທານ​ພັກ​ປະ​ຕິ​ວັດ​ຕັງ​ຊາ​ນີ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ແລະ​ກ່າວ​ປາ​ໄສ​ທີ່​ສຳ​ຄັນ.

ທ່ານ ຈອນ​ໂປມ​ບີ ມາ​ກູ​ຟູ​ລີ ກ່າວ​ວ່າ, ອາ​ຟ​ຣິ​ກາ​ແລະ​ຈີນ​ໄດ້​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ຂະ​ບວນ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະ​ປົດ​ປ່ອຍ​ຊົນ​ຊາດແລະຄວາມ​ເປັນ​ເອ​ກະ​ລາດ​ຂອງ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ຍາວ​ນານ​ມາ​ນີ້,ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ,ພັກ​ການ​ເມືອງ​ຂອງ​ສອງຝ່າຍ​ກໍ່​ໄດ້​ກາຍ​ເປັນ​ເພື່ອນ​ມິດ​ທີ່​ໃກ້​ຊິດ. ການ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ນີ້​ກ່ອນ​ການ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ປັກ​ກິ່ງ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ ແລະ​ການ​ແລກ​ປ່ຽນ​ແລະກອງ​ປະ​ຊຸມສຳ​ມະ​ນາ​ກ່ຽວ​ກັບ “ການ​ສະ​ແຫວງ​ຫາ​ທິດ​ສະ​ດີ​ແລະ​ພຶດ​ຕິ​ກຳ​ທີ່​ສອດ​ຄ່ອງ​ກັບ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ທີ່​ແທດ​ເໝາະ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ລະ​ຫວ່າງ​ພັກ​ການ​ເມືອງ​ຈີນ​ແລະ​ອາ​ຟ​ຣິ​ກາ”,ແລະຖືກ​ກັບ​ກາ​ລະ​ເທ​ສະ,ຍິ່ງ​ຈະ​ເປັນ​ການ​ເພີ່ມ​ພະ​ລັງ​ແຮງ​ທີ່​ເຂັ້ມ​ແຂງໃນ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຟ​ຣິ​ກາ-ຈີນ​ໃຫ້​ມີ​ລະ​ດັບ​ສູງກວ່າ​ເກົ່າ,ແລະ​ເປັນ​ການປະ​ກອບ​ສ່ວນໃຫ້​ພັກ​ການ​ເມືອງ.

ຄຳ​ເຫັນ

0