吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ.​ເກົາຫຼີ ​ແລ​ະສປປ.​ເກົາຫຼີ​ສ້ອມ​ແປງ​ສາຍ​​ໂທລະສັບ​ທາງການ​ທະຫານ​​ໃນ​ທະ​ເລ​ຕາ​ເວັນ​ຕົກ

2018-07-18 16:28:57 cri

ວັນ​ທີ 17 ກໍລະກົດ​ນີ້, ກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີ​ປະກາດ​ວ່າ: ພາຍ​ໃຕ້​ຄວາມ​ພະຍາຍາມ​ຂອງກອງທັບສ.​ເກົາຫຼີ ​ແລະ​ສປປ.​ເກົາຫຼີ, ສາຍ​ໂທລະສັບ​ທາງການ​ທະຫານສອງ​ປະ​ເທດ​ໃນ​ທະ​ເລ​ຕາ​ເວັນ​ຕົກຂອງ​​ແຫຼມ​ເກົາຫຼີ​​ໄດ້​ຮັບ​ການ​ສ້ອ​ມ​ແປງຄືນ​ໃໝ່​ຢ່າງຮອບດ້ານ​ໃນ​ວັນ​ທີ 16 ກໍລະກົດ​ນີ້.

ກະຊວງ​ປ້ອງ​ກັນປະ​ເທດ​ສ.​ເກົາຫຼີ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ຟື້ນ​ຟູສາຍ​ໂທລະສັບ​ທາງການ​ທະຫານ​​ໃນທະ​ເລ​ຕາ​ເວັນຕົກ​ແມ່ນ​ບາດກ້າວ​ຂອງ​ການ​ປະຕິ​ບັດ “ຖະ​ແຫຼ​ງການ​ປານ​ມູນ​ຈອມ” ​ເຊິ່ງຈະ​ສົ່ງ​ຜົນ​ດີ​ໃຫ້​ແກ່​ການ​ແກ້​ໄຂຄວາມ​ເຄັ່ງ​ຕຶງ​ດ້ານການ​ທະຫານລະຫວ່າງ​ສ.​ເກົາຫຼີ ​ແລະ​ສປປ.​ເກົາຫຼີ ​ແລະ​​ເປັນ​ການສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຂະນະ​ດຽວ​ກັນກໍ​ມີ​ຄວາມ​ພະຍາຍາມ​​ໃນ​ການ​ເຈລະຈາ​​ໂດ​ຍໄວ ​ເພື່ອ​ແກ້​ໄຂ​ບັນຫາການ​ສ້ອມ​ແປງ​ສາຍ​ໂທລະສັບ​ທາງການ​ທະຫານ​ໃນ​ທະ​ເລ​ຕາ​ເວັນ​ອອກຂອງແຫຼ​ມ​ເກົາຫຼີ​ເຊັ່ນ​ກັນ.

ຄຳ​ເຫັນ

0