黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ງານ​ລ້ຽງ​ສະ​ເຫຼີມ​ສະ​ຫຼອງ​ການ​ສ້າງ​ຕັ້ງ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຈີນ-ກຳ​ປູ​ເຈຍ​ຄົບ​ຮອບ 60 ປີ

2018-07-19 15:11:38 cri

图片默认标题_fororder___172.100.100.3_temp_9500020_1_9500020_1_1_8e846d1a-4a30-416b-9ba0-b48191d3f25a

ຕາມ​ຂ່າວ CRI: ວັນ​ທີ 18 ກໍ​ລະ​ກົດ​ນີ້, ສະ​ມາ​ຄົມ​ມິດ​ຕະ​ພາບ​​ກັບ​ຕ່າງ​ປະ​ເທດ​ຈີນ​ແລະ​ສະ​ຖານ​ທູດ​ກຳ​ປູ​ເຈຍ​ປະ​ຈຳ​ຈີນ​ຮ່ວມ​ກັນ​ຈັດ​ງານ​ລ້ຽງ​ສະ​ເຫຼີມ​ສະ​ຫຼອງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດຈີນ-ກຳ​ປູ​ເຈຍ​ຄົບ​ຮອບ 60 ປີ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ. ທ່ານ​ວາງ​ຢີ້ ​ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່​າງ​ປະ​ເທດ​ຈີນ, ທ່ານ​ນາງ​ແຂກ ສີ​ໂສ​ດາ ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ກຳ​ປູ​ເຈຍ​ປະ​ຈຳ​ຈີນ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ປາ​ໄສ, ທ່ານຫຼີ​ສ້ຽວ​ລິນ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ກັບ​ຕ່າງ​ປະ​ເທດ​ຈີນ, ທ່ານ​ເອັກ​ຊຳ​ໂອ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ກຳ​ປູ​ເຈຍຈີນ, ​ເພື່ອນ​ມິດ​​ໃນ​ວົງ​ການ​ຕ່າງໆ​ຂອງ​ສອງ​ປະ​ເທດ, ຜູ້​ຕາງ​ໜ້າ​ທູ​ຕາ​ນຸ​ທູດ​ຈີນ​ແລະ​ຕ່າງ​ປະ​ເທດ​ປະ​ມານ 300 ຄົນ​ໄດ້​ເຂົ້າ​ຮ່ວມ.

图片默认标题_fororder___172.100.100.3_temp_9500020_1_9500020_1_1_3a7a9879-0e3f-4ca7-a0b2-d3d1ab9f728a

ທ່ານ​ວາງ​ຢີ້​ກ່າວ​ວ່າ, ໃນ​ໄລ​ຍະ 60 ປີ​ຜ່ານ​ມາ, ເຖິງວ່າ​ສະ​ຖາ​ນະ​ການ​ສາ​ກົນ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ກໍ​ຕາມ, ແຕ່​ວ່າ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ແລະ​ກຳ​ປູ​ເຈຍຍັງ​ແໜ້ນ​ແຟ້ນຄື​ເກົ່າ. ເຊື່ອ​ວ່າ​​ຫາກພວກ​ເຮົາ​ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ, ມິດ​ຕະ​ພາບ​ຈີນແລະ​ກຳ​ປູ​ເຈຍ​ຈະ​ຮັກ​ສາ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຕະ​ຫຼອດ​ໄປ. ຂະ​ນະ​ດຽວ​ກັນ​ພວກ​ເຮົາ​ມີ​ຄວາມ​ຫວັງ​ແລະ​ເຊື່ອ​ວ່າ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄັ້ງ​ທີ 6 ຂອງ​ກຳ​ປູ​ເຈຍ​ທີ່​ຈະ​ຈັດ​ຂຶ້ນ​ນັ້ນ​ສາ​ມາດ​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ​ສະ​ບາຍ.

ທ່ານ​ນາງ​ແຂກ ສີ​ໂສ​ດາ ໄດ້​ຂອບ​ໃຈ​ນຳ​ລັດ​ຖະ​ບານ​ຈີນ​​ທີ່​ໄດ້​ໃຫ້​ການສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ​ໃນ​ດ້ານ​ການ​ພັດ​ທະ​ນາ​ຕະ​ຫຼອດ​ມາ, ຫວັງ​ວ່າ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ພາຍ​ໃຕ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ຈະໄດ້​ຮັບ​ຜົນ​ສຳ​ເລັດ​​ຍິ່ງ​ໃຫຍ່ກວ່​າ​ເກົ່າ.

ຄຳ​ເຫັນ

0