吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເຄິ່ງຕົ້ນປີ 2018 ຜູ້​ເຂົ້າ​ອອກ​ເມືອງ​ຈີນ​ບັນລຸ 310 ລ້ານ​ເທື່ອ​ຄົນ

2018-07-19 17:04:18 cri

ວັນ​ທີ 18 ກໍລະກົດ​ນີ້, ອົງ​ການ​ຄຸ້ມ​ຄອງ​ຊາວ​ອົບ​ພະຍົບ​ແຫ່​ງຊາດຈີນ​ວ່າ: ​ໃນ​ເຄິ່ງຕົ້ນ​ປີ 2018, ປະລິມານການຂໍ​ວີ​ຊາ​ເຂົ້າ​ອອກທົ່ວ​ປະ​ເທດ​ຈີນ​ບັນລຸ​ເຖິງ 78,56 ລ້ານ​ໃບ, ​ເພີ່ມ​ຂຶ້ນ 18,2% ທຽບ​ໃສ່​ໄລຍະ​ດຽວ​ກັນ​ໃນ​ປີ 2017 ​ແລະ​ຜູ້​ເຂົ້າ​ອອກ​ເມືອງຊາວ​ຈີນ​ບັນລຸ 310 ລ້ານ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ 7,7% ທຽບ​ໃສ່​ໄລຍະ​ດຽວ​ກັນ.

​ປະ​ເທດ ​ແລະ​ເຂດ​ແຄ້ວນ​ທີ່ຊາວ​ຈີນແຜ່ນດິນ​ໃຫຍ່​ມັກ​ອອກ​ເມືອງ​​ໄປທຸລະ​ສ່ວນ​ຕົວທີ່​ສຸດ​ 10 ອັນ​ດັບ​ແມ່ນ: ​ເຂດ​ບໍລິການ​ພິ​ເສດ​ຮົງ​ກົງ​ຈີນ, ​ເຂດບໍລິການພິ​ເສດ​ມາ​ເກົາ​ຈີນ, ​ໄທ, ຍີ່ປຸ່ນ, ຫວຽດນາມ, ສ.​ເກົາຫຼີ, ອາ​ເມ​ລິ​ກາ, ​ໄຕ້​ຫວັນ​ຈີນ, ມຽນມາ ​ແລະ​ສິງ​ກະ​ໂປ​.

ຄຳ​ເຫັນ

0