黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຕອບ​ໂຕ້​ອາ​ເມຣິກາ​ທີ່ຮ້ອງຟ້ອງຈີນ​ຕໍ່ໜ່ວຍ​ງານແກ້​ໄຂ​ຂໍ້​ຂັດ​ແຍ້​ງຂອງ​ WTO

2018-07-19 15:24:49 CRI

​ເພື່ອ​ເປັນ​ການ​ຕອບ​​ໂຕ້​ໃນເລື່ອງ​ທີ່​ອາ​ເມຣິກາ​ຮ້ອງ​ຟ້ອງ​ຕໍ່ໜ່ວຍ​ງານ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງ​ຂອງ​ອົງການ​ການ​ຄ້າ​ໂລກ ຫຼື WTO ​​ໃນກໍລະນີທີ່​ຈີນ​ໃຊ້​ມາດ​ຕະການ​ຕອບ​ໂຕ້​ມາດ​ຕາ 232 ຂອງ​ອາ​ເມຣິກາ​ສຳລັບຜະລິດ​ຕະພັນ​ເຫຼັກກ້າ​ແລະ​ອາ​ລູມີ​ນຽມ, ​ເຈົ້າໜ້າ​ທີ່​ກະຊວງ​ການ​ຄ້າ​ຈີນ ​ໄດ້​ຖະ​ແຫຼງ​ໃນ​ວັນ​ທີ 18 ກໍລະກົດ​ນີ້ ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ມາດ​ຕະການ​ຂອງ​ຈີນ​ເປັນ​ມາດ​ຕະການ​ຊອບ​ທຳ ​ແລະກໍ​ສອດຄ່ອງ​ກັບ​ກະຕິ​ກາ​ການ​ຄ້າຫຼາຍຝ່າຍ, ອາ​ເມຣິກາ​ຄວນ​ຢຸດຕິ​ການ​ໃຊ້​ມາດ​ຕະການ​ຈຳກັດ​ທີ່​ຝືນ​ກັບ​ກະຕິ​ກາຂອງ​ອົງການ​ການ​ຄ້າ​ໂລກ​ໂດຍ​ໄວ.

ວັນ​ທີ 16 ກໍລະກົດ​ນີ້, ອາ​ເມຣິກາ​ໄດ້​ຮ້ອງ​ຟ້ອງ​ຈີນ​ຕໍ່​ໜ່ວຍ​ງານ​ແກ້​ໄຂຂໍ້​ຂັດ​ແຍ້​ງ​ຂອງ​ອົງການ​ການ​ຄ້າ​ໂລກ ​ໂດຍ​ຊີ້​ວ່າ: ລັດຖະບານ​ຈີນ​ໃຊ້​ມາດ​ຕະການ​ຕອບ​ໂຕ້​ມາດ​ຕາ 232 ຂອງ​ອາ​ເມຣິກາ​ສຳລັບ​ຜະລິດ​ຕະພັນ​ເຫຼັກກ້າ​ແລະ​ອາ​ລູມີ​ນຽມ​ນັ້ນບໍ່​ສອດຄ່ອງ​ກັບ​ກະຕິ​ກາ​ທີ່​ກ່ຽວຂ້ອງ​ຂອງ​ອົງການ​ການ​ຄ້າ​ໂລກ. ​ເຈົ້າໜ້າ​ທີ່​ກົມ​ສົນທິສັນຍາ​ແລະ​ກົດໝາຍ ກະຊວງ​ການ​ຄ້າ​ຈີນ ຈຶ່ງ​ໄດ້​​ມີ​ຄຳຖະ​ແຫຼງ​ເພື່ອ​ເປັນ​ການ​ຕອບ​​ໂຕ້ ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ມາດ​ຕາ 232 ຂອງ​ອາ​ເມຣິກາ​ທີ່​ປະຕິບັດ​ຕໍ່​ຜະລິດ​ຕະພັນ​ເຫຼັກກ້າ​ແລະ​ອາ​ລູມີ​ນຽມ ​ໄດ້​ຖື​ເອົາ “ຄວາມ​ໝັ້ນຄົງ​ແຫ່ງ​ຊາດ” ​ເປັນ​ຂໍ້​ອ້າງນັ້ນ ຄວາມ​ຈິງ​ພັດ​ເປັນ​ການ​ກະທຳ​ປົກ​ປ້ອງ​ການ​ຄ້າ ​ເຊິ່ງ​ເປັນ​ການ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ຈາກ​ບັນດາສະມາຊິກ​ອົງການ​ການ​ຄ້າ​ໂລກ​ມາແລ້ວ. ມາດ​ຕະການ​ຂອງ​ອາ​ເມຣິກາ​ເປັນ​ການ​ທຳລາຍ​ກະຕິ​ກາ​ການ​ຄ້າຫຼາຍຝ່າຍ​ຢ່າງ​ໜັກໜ່ວງ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ສິດ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ສະມາຊິກ​ອົງການ​ການ​ຄ້າ​ໂລກ ລວມທັງ​ຈີນ. ຈີນ​ໄດ້​ສະ​ໜີ​ຄຳຮ້ອງຟ້ອງອາ​ເມຣິກາຕາມ​ກະຕິ​ກາ​ອົງການ​ການ​ຄ້າ​ໂລກເພື່ອ​ພິຈາລະນາເລື່ອງ​ຄ່າ​ທົດ​ແທນ​ ​ແຕ່​ຝ່າຍ​ອາ​ເມຣິກາ​ພັດ​ປະຕິ​ເສດ​ບໍ່​ໃຫ້​ຄຳ​ຕອບ. ສະນັ້ນ, ຈີນ​ຈຶ່ງ​ຈຳ​ເປັນ​ຕ້ອງ​ໃຊ້​ມາດ​ຕະການ​ຕ່າງຫາກ​ຕາມ​ມາດຕາ​ທີ່​ກ່ຽວຂ້ອງ​ທີ່​​ໄດ້ລະບຸ​ໄວ້​ໃນ “ກົດໝາຍ​ການ​ຄ້າ​ກັບ​ຕ່າງປະ​ເທດຂອງສາທາລະນະ​ລັດ​ປະຊາຊົນ​ຈີນ” ​ເພື່ອ​ທົດ​ແທນ​ຜົນ​ເສຍ​ຫາຍ​ທີ່​ເກີດ​ຈາກ​ອາ​ເມຣິກາ​ໃຊ້​ມາດ​ຕາ 232 ຕໍ່​ຈີນ​ກ່ຽວ​ກັບ​ຜະລິດ​ຕະພັນ​ເຫຼັກກ້າ​ແລະ​ອາ​ລູມີ​ນຽມ ​ແລະ​ປົກ​ປັກ​ຮັກສາ​ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ຕົນ.

ຄຳ​ເຫັນ

0