尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜົນ​ການສຳ​ຫຼວດຂອງ FED ສະ​ແດງ​ໃຫ້​ເຫັນ​ວ່າ ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ມີ​ຄວາມ​ເປັນ​ຫ່ວງ​ຕໍ່​ນະ​ໂຍ​ບາຍ​ພາ​ສີ​ອາ​ກອນ

2018-07-19 16:59:36 cri

ວັນ​ທີ 18 ກໍ​ລະ​ກົດ​ນີ້, ​ທະ​ນາ​ຄານ​ກາງອາ​ເມ​ລິ​ກາ​ຫຼື FED ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ສຳ​ຫຼວດສະ​ພາບ​ເສດ​ຖະ​ກິດ​ທົ່ວ​ປະ​ເທດ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບແຕ່​ທ້າຍ​ເດືອນ​ພຶດ​ສະ​ພາ​ຫາ​ຕົ້ນ​ເດືອນ​ກໍ​ລະ​ກົດ​ປີ​ນີ້, ເສດ​ຖະ​ກິດ​ອາ​ເມ​ຣິກາ​ໄດ້​ສືບ​ຕໍ່​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ, ແຕ່​ວິ​ສາ​ຫະ​ກິດການ​ຜະ​ລິດ​ມີ​ຄວາມ​ເປັ​ນ​ຫ່ວງ​ໂດຍ​ທົ່​ວ​ໄປ​ຕໍ່​ນະ​ໂຍ​ບາຍ​ພາ​​ສີ​ອາ​ກອນ​ຂອງ​ອາ​ເມ​ຣິ​ກາ​ທີ່​ສົ່ງ​ຜົນ​ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ​​ສູງຂຶ້ນ​ແລະ​ການ​ສະ​ໜອງ​ຖືກ​ຕັດ​ຂາດ.

ບົດ​ລາຍ​ງານ​ທີ່ FED  ເຜີຍ​ແຜ່ໃນ​ມື້​ດັ່ງ​ກ່າວ​ໄດ້​ຮັບ​ການ​ຮຽບ​ຮຽງ​ຕາມ​ຜົນ​ການ​ສຳ​ຫຼວດ​ຫຼ້າ​ສຸດ​ຂອງ​​ສາ​ຂາທະ​ນາ​ຄານ​ 12 ແຫ່ງ,ໃນ “ປື້ມ​​ປົກສີ​ນ້ຳ​ຕານ​”. ​ເຊິ່ງບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ, ວິ​ສາ​ຫະ​ກິດ​ການ​ຜະ​ລິດ​ໃນ​ເຂດ​ສາ​ຂາ​ທະ​ນາ​ຄານ​ທັງ​ໝົດ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ນະ​ໂຍ​ບາຍ​ພາ​ສີ​ອາ​ກອນ​ຂອງ​ອາ​ເມ​ລິ​ກາ,​​ແລະນະ​ໂຍ​ບາຍ​ການ​ຄ້າ​ໃໝ່​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ​ສູງ​ຂຶ້ນ​ແລະ​ການ​ສະ​ໜອງ​ຖືກ​ຕັດ​ຂາດ.

ບົດ​ລາຍ​ງານ​ຊີ້ໃຫ້​ເຫັນ​ວ່າ,​ລາ​ຄາວັດ​ຖຸ​ດິບ​ຕົ້ນ​ຕໍ​ລວມ​ທັງ​ວັດ​ຖຸ​ເຊື້ອ​ໄຟ,ວັດ​ຖຸ​ກໍ່​ສ້າງ​ແລະ​ໂລ​ຫະ​ເປັນ​ຕົ້ນ​ກໍ່​ໄດ້​ສູງ​ຂຶ້ນ​ຕື່ມ​ອີກ.

ຄຳ​ເຫັນ

0