黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ເດີນທາງ​ຢ້ຽມ​ຢາມ​ສະ​ຫະ​ລັດ​ອາ​ຣັບ​ເອ​ມີ​ເ​ຣດ, ເຊ​ເນ​ການ, ລູ​ອັນ​ດາ​, ອາ​ຟ​ຣິ​ກາ​ໃຕ້​ທາງ​ລັດ​ຖະ​ກິດ​ແລະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຄັ້ງ​ທີ 10 ຂອງ​ຜູ້​ນຳ​ປະ​ເທດບ​ຣິກ​ສ

2018-07-19 16:47:20 cri

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ເຊກ ກະ​ລິ​ຟາ ​ບິນ​ຊາເຢັດ ອັນ​ນາ​ຢັນ, ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ​ອາ​ຣັບ​ເອ​ມີ​ເ​ຣດ, ທ່ານ​ແມກ​ກີ​ຊອນປະ​ທາ​ນາ​ທິ​ບໍ​ດີ​ເຊ​ເນ​ການ, ທ່ານ​​ພອນ​ກາ​ກາ​ເມ ປະ​ທາ​ນາ​ບໍ​ດີ​ລູ​ອັນ​ດາ​ແລະ​ທ່ານ​​ຊີ​ຣິນ ຮາ​ມາ​ໂຟ​ຊາ ປະ​ທາ​ນາ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ນັ່​ເດີນ​ທາງ​ດ້ວຍ​ເຮື​ອ​ບິນ​ພິ​ເສດ​ອອກ​ຈາກ​ປັກ​ກິ່ງ​ໃນ​ວັນ​ທີ 19 ກໍ​ລະ​ກົດ​ນີ້ເພື່ອ​ຢ້ຽມ​ຢາມ​ສີ່​ປະ​ເທດ​ດັ່ງ​ກ່າວ​ແລະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ພົບ​ປະ​​ຄັ້ງ​ທີ 10 ຂອງ​ຜູ້​ນຳ​ປະ​ເທດ​ບ​ຣິ​ກ​ສ໌​ທີ່​ຈະ​ຈັດ​ຂຶ້ນ​ຢູ່ໂຈຮັນ​ເນ​ສາ​ບິກ​ປະ​ເທດ​ອາ​ຟີ​ຣ​ກາ​ໃຕ້. ພາຍ​ຫຼັງ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ສີ່​ປະ​ເທ​ດ​ດັ່​ງ​ກ່າວ​ແລະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ກັນ​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ ຍັງ​ຈະ​ແວ່​ໄປ​ປະ​ເທດ​ໂມ​ຣິດ​ແລະ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​ຕໍ່​ປະ​ເທດ​ດັ່ງ​ກ່າວ​.

ຄຳ​ເຫັນ

0