尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ​ 6 ເດືອນ​ຕົ້ນ​ປີ​ນີ້ ຈີນ​ໄປ​ທ່ຽວ​ໄທ​ເພີ່ມຂຶ້ນ 26%

2018-07-19 11:36:08 cri

ວັນ​ທີ 18 ກໍ​ລະ​ກົດ​ນີ້, ກະ​ຊວງ​ທ່ອງ​ທ່ຽວ​ແລະ​ກິ​ລາ​ໄທ​ໄດ້​ໃຫ້​ຮູ້​ວ່າ, ໃນ 6 ເດືອນ​ຕົ້ນ​ປີ​ນີ້, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ໄປ​ທ່ຽວ​ໄທ​ໄດ້​ມີ​ເຖິງ 19.480.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 12,46% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ,ໃນ​ນັ້ນ,ນັກ​ທ່ອ​ງ​ທ່ຽວ​​ຈີນກວມ 5.930.000 ເທື່ອ​ຄົນ,ໄດ້​ເພີ່ມ​ຂຶ້ນ 26% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ກະ​ຊວງ​ທ່ອງ​ທ່ຽວ​ແລະ​ກິ​ລາ​ໄທ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ,ນັກ​ທ່ອ​ງ​ທ່ຽວ​ຈີນ​ໄດ້​ກາຍ​ເປັນ​ກຳ​ລັງແຮງ​ຊຸກ​ດັນ​ທີ່​ໃຫຍ່​ຫຼວງ​ຕໍ່​ການ​ເຕີບ​ໂຕ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ໄທ. ໃນ​ນັ້ນ, ໃນ 6 ເດືອນ​ຕົ້ນ​ປີ​ນີ້, ຈຳ​ນວນນັກ​ທ່ອງ​ທ່ຽວ​ຈີນກວມ​ 30% ຂອງ​ຈຳ​ນວນນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ, ເຊິ່ງ​ສ້າ​ງ​ລາຍ​ຮັບ​ໃຫ້​ແກ່​ຂະ​ແໜງ​ການ​ທ່ອງ​ທ່ຽວ 319 ຕື້​ບາດ(ສະ​ກຸນ​ເງິນ​ໄທ).

ຄຳ​ເຫັນ

0