覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ຈີນ​ຕ້ອນ​ຮັບ​ທູດ​ພິ​ເສດ​ຂອງ​ນາ​ຍົກ​ມາ​ເລ​ເຊຍ

2018-07-19 14:29:52 cri

ວັນ​ທີ 18 ກໍ​ລະ​ກົດ​ນີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ຕຸນ ດີມໄຊ​ນູ​ດິນ ທູດ​ພິ​ເສດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ.
 

 ​ກ່ອນ​ອື່ນ,  ທ່ານ​​ດີມໄດ້​ຝາກ​ຈົດ​ໝາຍ​ຂຽນ​ດ້ວຍ​ຕົນ​ເອງ​ຂອງ​ທ່ານມາ​ຮາ​​ເທຍ  ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ເຖິງ​ທ່ານຫຼີ​ເຄີ້​ສຽງ ເຊິ່ງ​ເນື້ອ​ໃນ​ຈົດ​ໝາຍ​ຂຽນ​ວ່າ: ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ມາ​ເລ​ເຊຍ​ຈະ​ສືບ​ຕໍ່​ສຸມ​ໃສ່​ຮັກ​ສາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ກັບ​ຈີນ, ຍິນ​ດີ​ຊຸກ​ຍູ້​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປ​ະ​ເທດ​ໃຫ້​ເພີ່ມ​ທະ​ວີ​ຂຶ້ນ​ຕື່ມ, ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​ໄປ​ລົງ​ທຶນ​ຢູ່​ມາ​ເລ​ເຊຍ ແລະ​ຕົນ​ເບິ່ງ​ອະ​ນາ​ຄົດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ສາຍ​ພົວ​ພັນ​ມາ​ເລ​ເຊຍ-ຈີນ​ໄປ​ໃນ​ທິດ​ທາງ​ທີ່​ດີ.
 

 ທ່ານຫຼີ​ເຄີ້​ສຽງ​ກ່າວ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ມາ​ເລ​ເຊ​ຍ​ມຸ່ງ​ໜ້າ​ໄປ​ສູ່​ເປົ້າ​ໝາຍ​ດຽວ​ກັນ,ຮັກ​ສາ​ທ່ວງ​ທ່າ ​ຂະ​ຫ​ຍາຍ​ຕົວ​ທີ່​ດີ​ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ບົນ​ພື້ນ​ຖານ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ,ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ, ເຮັດ​ໃຫ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ເຊື່ອມ​ຕໍ່​ກັບ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ມາ​ເລ​ເຊຍ​ໃຫ້​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ​ເກົ່າ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ໂຄງ​ການ​ໃຫຍ່​ເປັນ​ຕົ້ນ ສວນ​ນິ​ຄົມ​ອຸດ​ສາ​ຫະ​ກຳ,ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳ​ແຄມ​ທະ​ເລ,ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ແລະ​ອື່ນໆ,ເປີດກວ້າງ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ, ສ້າງ​ຄວາມ​ຜາ​ສຸກ​ໃຫ້​ປະ​ຊາ​ຊົ​ນ​ສອງ​ຊາດ​ໃຫ້ຫຼາຍ​ຍິ່ງ​ຂຶ້ນ. ພາຍ​ໃຕ້​ສະ​ພາບ​ການ​ໃໝ່,ຫວັງ​ວ່າ​ມາ​ເລ​ເຊຍ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ສ້າງ​ສັນ​ເພື່ອ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນ​ໃຫ້​ກ້າວ​ສູ່​ລ່ວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.
 

  ທ່ານ​​ດີມ​ຢືນ​ຢັນ​ວ່າ: ມາ​ເລ​ເຊຍ​ຍິນ​ດີ​ຮ່ວມ​ກັບ​ຈີນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ​ກໍ​ຄື​ປະ​ເທດ​ໃນ​ອາ​ຊີ, ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ,ສ້າງ​ຄວາມ​ຜາ​ສຸກ​ໃຫ້​ປະ​ຊາ​ຊົນ ສອງ​ປະ​ເທດ,ພາກ​ພື້ນ​ກໍ​ຄື​ປະ​ຊາ​ຊົນ​ທົ່ວ​ໂລກ.

ຄຳ​ເຫັນ

0