尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ວາງ​ຢີ້ ພົ​ບ​ປະ​ກັບ​ທູດ​ພິ​ເສດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ

2018-07-19 11:35:31 cri

ວັນ​ທີ 18 ກໍ​ລະ​ກົດ​ນີ້ ຢູ່​ປັກ​ກິ່ງ, ທ່ານ ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ຕຸນ ດີມ​ ໄຈນຸດ​ດິນ ທູດ​ພິ​ເສດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ.

ທ່ານ ວາງ​ຢີ້ ກ່າວ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັບ​ມາ​ເລ​ເຊຍ​ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ທາງ​ຍຸດ​ທະ​ສາດ,ລົງ​ເລິກ​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”,ເປີດກວ້າງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າ​ຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,ເພີ່ມ​ການ​ປະ​ສານ​ສົ​ມ​ທົບ​ແລະ​ການ​ປະ​ສານ​ງານ​ໃນ​ດ້ານ​ວຽກ​ງານ​ສາ​ກົນ​ແລະ​ພາກ​ພື້ນ,ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​​ສ​ອງ​ປະ​ເທດ,ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.

ທ່ານ ຕຸນ ດີມ​ ໄຈນຸດ​ດິນ ກ່າວ​ວ່າ, ລັດ​ຖະ​ບານ​ມາ​ເລ​ເຊຍ​ຊຸດ​ໃໝ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ພົວ​ພັນ​​ກັບ​ຈີນ,ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ຮ່ວມ​ມື“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ທີ່​ທ່ານ ສີ​ຈິ້ນ​ຜິງ ສະ​ເໜີ​ອອກ. ທ່ານ ມາ​ຮາ​ເທຍ ບິນ ໂມ​ຮາ​ມັດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ໄດ້​ພັດ​ທະ​ນາ​ການ​ພົວ​ພັນ​ຕໍ່​ຈີນ​ຢ່າງ​ຕັ້ງ​ໜ້າ​ມາ​ໂດຍ​ຕະ​ຫຼອດ,ທ່ານ​ຄອງ​ຄອຍ​​ການຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ໃນ​ໄວໆ​ນີ້.

ຄຳ​ເຫັນ

0