尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ 6 ເດືອນ​ຕົ້ນ​ປີ​ນີ້ ທຶນ​ໝູນ​ວຽນ​ຂ້າມ​ຊາດ​ຂອງ​ຈີນ​ຢູ່​ໃນ​ສະ​ພາບ​ໝັ້ນ​ທ່ຽງ​ໂດຍພື້ນ​ຖານ

2018-07-19 16:58:57 cri

ວັນ​ທີ 19 ກໍ​ລະ​ກົດ​ນີ້, ທ່ານ​ນາງ ວາງ​ຊຸ່ນ​ຢີ່ງ ໂຄ​ສົກ​ອົງ​ການຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ​ກ່າວ​ຢູ່​ປັກ​ກິ່ງວ່າ: ໃນ​ 6 ເດືອນ​ຕົ້ນ​ປີ​ນີ້, ​ທຶນໝູນ​ວຽນ​​ຂ້າມ​ຊາດ​ຂອງ​ຈີນ​ຢູ່​ໃນ​ສະ​ພາບ​ໝັ້ນ​ທ່ຽງ​ໂດຍພື້ນ​ຖານ,​ຄວາມ​ຕ້ອງ​ການ​ແລະ​ການ​ສະ​ໜອງຂອງຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ພາຍ​ໃນ​​ມີ​ຄວາມ​ດຸ່ນ​ດ່ຽງ​ໂດຍ​ພື້ນ​ຖານ.

ທ່ານ​ນາງ ວາງ​ຊຸ່ນ​ຢີ່ງ ໃຫ້​ຮູ້​ວ່າ, ໃນ 6 ເດືອນ​ຕົ້ນ​ປີ​ນີ້, ​ເງິນ​ທຶນ​ເຫຼືອ​ໃນຄັງ​ສຳ​ຮອງເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ຢູ່​ໃນ​ສະ​ພາບໝັ້ນ​ທ່ຽງ​ໂດຍພື້ນ​ຖານ. ມາ​ຮອດ​ທ້າຍ​ເດືອນ​ມິ​ຖຸ​ນາ​ປີ 2018, ເງິນ​ທຶນເຫຼືອ​​ໃນ​ຄັງ​ສຳ​ຮອງເງິນ​ຕາຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ມີ​ເຖິງ 3.112,100 ຕື້ລ້ານ​ໂດ​ລາ​ສະ​ຫະ​ລັດ,ໄດ້​ຫຼຸດ​ລົງ 27,800 ຕື້ໂດ​ລາ​ສະ​ຫະ​ລັດ​ເມື່ອ​ທຽບ​ໃສ່​ທ້າຍ​ປີ 2017, ​ຕົ້​ນ​ຕໍ​​ແມ່ນໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ປັດ​ໄຈ​ທີ່​ບໍ່​ແມ່ນ​ການ​ຄ້າ​​ຕ່າງໆ​ເຊັ່ນ: ການ​ປ່ຽນ​ແປງ​ຂອງ​ອັດ​ຕາ​ແລກ​ປ່ຽນ​ ແລະ​ລາ​ຄາ​ຊັບ​ສິນ​ເປັນ​ຕົ້ນ. ນອກ​ນີ້, ໃນ 6 ເດືອນ​ຕົ້ນ​ປີ​ນີ້, ລາຍ​ຈ່າຍ​ແລະ​ລາຍ​ຮັບ​ຂອງເງິນ​ຕາຕ່າງ​ປະ​ເທດ​ຂອງ​ຈີນ​ຍັງ​​ຢູ່​ໃນສະ​ພາບ​ທີ່​ຄວາມ​ຕ້ອງ​ການ​ແລະ​ການ​ສະ​ໜອງ​ຂອງ​ຕະ​ຫຼາດ​ມີ​ຄວາມ​ດຸ່ນ​ດ່ຽງ​ໂດຍ​ພື້ນ​ຖານ,ອັດ​ຕາການ​ຊື້​ເງິນ​ຕາ​ຕ່າງ​ປະ​ເທດ​ສູງ​ຂຶ້ນ​ໜ້ອຍ​ໜຶ່ງ,ຄວາມ​ຕ້ອງ​ການ​ຖື​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ກຸ່ມ​ເສດ​ຖະ​ກິດ​ໃນ​ຕະ​ຫຼາດ​ຕ່ຳ​ລົງ​ໂດຍ​ພື້ນ​ຖານ, ອັດ​ຕາ​ການ​ຂາຍ​ເງິນ​ຕາ​ຕ່າງ​ປະ​ເທດ​ຫຼຸດ​ລົງ,ການ​ລະ​ດົມ​ທຶນ​ທີ່​ເປັນ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງວິ​ສາ​ຫະ​ກິດ​ຢູ່​ໃນ​ສະ​ພາບ​ໝັ້ນ​ທ່ຽງ​ໂດຍ​ພື້ນ​ຖານ​ແລະ​ຈຸດ​ພິ​ເສດ​ອື່ນໆ.

ຄຳ​ເຫັນ

0