吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ອຳນວຍການ IMF ຮຽກຮ້ອງ​ກຸ່ມ G20 ວາງ​ແຜນການ​ແບບ​ຫຼາຍຝ່າຍ​​ເພື່ອປັບປຸງ​ລະບົບ​ການ​ຄ້າ​ທົ່ວ​ໂລກ

2018-07-19 17:04:42 cri

ວັນ​ທີ 18 ກໍລະກົດ​ນີ້, ທ່ານຄຣິສຕິນ ລາ​ກາດ ຜູ້ອຳນວຍການ​ອົງການ​ກອງ​ທຶນ​ເງິນຕາ​ສາກົນ (IMF) ຮຽກຮ້ອງ​ວ່າ: ກຸ່ມ G20 ຄວນ​ຢຸດຕິມາດ​ຕະການ​ພາສີ​ອາກອນ “ໝັດ​ແລກ​ໝັດ” ​ແລະ​ວາງ​ແຜນການ​ແບບ​ຫຼາຍ​ຝ່າຍ​​ເພື່ອປັບປຸງ​ລະ​ບົບການ​ຄ້າ​ທົ່ວ​ໂລກ.

ທ່ານ​ໄດ້​​ເຜີຍ​ແຜ່​ບົດ​ຄວາມ​ໃນ​ເວັບ​ໄຊ IMF ວ່າ: ອົງການ​ກອງ​ທຶນ​ຕົນ​ໄດ້​ກ່າວ​​ເຕືອນ​ໃນ​ເດືອນ​ເມສາ​ປີ 2018 ນີ້​ວ່າ ມາດ​ຕະການ​ລັດທິປົກ​ປ້ອງ​ການ​ຄ້າ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເສດຖະກິ​ດ​ໂລກ​, ຮອດ​ປັດຈຸບັນ​ນີ້, ບົດວິ​ເຄາະ​ດັ່ງກ່າວ​ໄດ້​ກາຍ​ເປັນຄວາມ​ຈິງ​ແລ້ວ. ຂໍ້​ມູ​ນສະຖິຕິ​ຂອງ​ທະວີບ​ເອີຣົບ ​ແລະ​ອາຊີໃນ​ມໍ່​ໆ​ມາ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ: ​ໃບ​ສັ່ງຊື້​ສິນຄ້າ​ຂາ​ອອກໄດ້​ຫຼຸດ​ລົງ, ​ເຮັດ​ໃຫ້ປະ​ເທດ​ສົ່ງ​ອອກລົດ ຄືປະ​ເທດ​ເຢຍລະ​ມັນ​ຫຼຸດ​ຄວາມໝັ້ນ​ໃຈ.

ລັດຖະມົນຕີ​ກະຊວງ​ການ​ເງິນ ແລະ​ຜູ້ວ່າ​ການ​ທະ​ນາຄານ​​ກາງ​ຂອງ​ກຸ່ມ G20 ຈະ​ຈັດ​ກອງ​ປະຊຸມ​ຢູ່​ນະຄອນຫຼວງບູນົສ​ໄອ​ເຮ​ສຂອງ​ປະ​ເທດອາກຊັງ​ຕີນ. ທ່ານ​ລາກາດຮຽກຮ້ອງ​ວ່າ: ກຸ່ມ G20 ຄວນ​ຖື​​ໂອກາດ​ນີ້​ລົບ​ລ້າງ​ມາດ​ຕະການ​ພາສີ​ອາກອນ​ແບບ “ໝັດ​ແລກ​ໝັດ” ​ແລະ​ວາງ​ແຜນການ​ປັບປຸງ​ລະບົບ​ການຄ້າ​ທົ່ວ​ໂລກ.

ຄຳ​ເຫັນ

0