黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ນຳ​ຈີນ​ແລະ​ກຳປູ​ເຈຍ​ສົ່ງ​ໂທລະ​ເລກອວຍພອນ​ແກ່​ກັນ​ໃນ​ໂອກາດ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 60 ປີ

2018-07-19 16:35:05 CRI

ວັນ​ທີ 19 ກໍລະກົດ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ແລະ ສົມ​ເດັດ​ໂນ​ໂຣດົມ ສີ​ຫາ​ໂມ​ນີ ​ເຈົ້າຊີວິດ​ກຳປູ​ເຈຍ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ແກ່​ກັນ ​ເພື່ອ​ສະ​ເຫຼີມສະຫຼອງການ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຄົ​ບຮອບ 60 ປີ.

​ໃນ​ໂທລະ​ເລກ, ທ່ານ​ສີ​ຈິ້ນ​ຜິ​ງ ກ່າວວ່າ: ​ຕະຫຼອດ 60 ປີຜ່ານມາ, ປະຊາຊົນ​ສອງ​ຊາດ​ຈີນ ​ແລະ ກຳປູ​ເຈຍ ຮ່ວມທຸກ​ສຸກນຳ​ກັນ, ​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ ສອງ​ຝ່າຍ​ໄດ້ມີ​ຄວາມ​ຜູກ​ພັນ​ມິດຕະພາບ​ນຳ​ກັນຢ່າງ​ເລິກ​ເຊິ່ງ ​ທັງ​ສະໜັບສະໜູນ​ແລະ​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ​ໃນບັນຫາ​ທີ່​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍ​ດຕົ້ນຕໍ​ຂອງ​ແຕ່ລະ​ຝ່າຍ. ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ທີ່​ໄດ້​ສ້າງ​ຂຶ້ນບົນ​ພື້ນຖານຫຼັກຫ້າປະການຂອງ​ການຢູ່​ຮ່ວມ​ກັນ​ໂດຍ​ສັນຕິ ​ໄດ້​ຜ່ານ​ການ​ທົດ​ສອບ​ຈາກ​ກາລະ​ເວລາແລະການ​ປ່ຽນ​ແປງ​ຢ່າງ​ສະຫຼັບສັບ​ຊ້ອນ​ຂອງ​ສະຖານະ​ການ​ສາກົນ ​ແລະ ​ໄດ້​ພັດທະນາ​ເຂົ້າສູ່​ລວງ​ເລິກ. ພວກ​​ເຮົາ​ຮູ້ສຶກ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ເຫັນ​ວ່າ ​ໃນ​ເງື່ອນ​ໄຂ​ຍຸກ​ໃໝ່​ນີ້, ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ມີ​ການ​ພັດທະນາ​ຢ່າງວ່ອງ​ໄວ​ອີກ​ຮອບໃໝ່ ​ໂດຍ​ຂ້າພະ​ເຈົ້າ​ແລະ​​ສົມ​ເດັດໄດ້​ເດີນທາງ​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ລະຫວ່າງ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ, ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ໄດ້​ຮັບ​ໝາກຜົນ​ຢ່າງຫຼວງຫຼາຍ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ມີ​ເນື້ອ​ໃນ​ໃໝ່​ແລະ​ສົມບູນ​ຂຶ້ນ​ເລື້ອຍໆ ​ເຊິ່ງ​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ​ສອງ​ຊາດ​ຢ່າງ​ແທ້​ຈິງ ​ແລະກໍ​ໄດ້​ປະກອບສ່ວນ​ອັນຕັ້ງໜ້າ​ຕໍ່​ການ​ພັດທະນາ​ໂດຍ​ສັນຕິ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ. ຂ້າພະ​ເຈົ້າ​ໃຫ້​ຄວາມ​ສຳຄັນ​ສູງຕໍ່​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ຈີນ-ກຳປູ​ເຈຍ ​ແລະ ຫວັງ​ວ່າ​ສອງ​ຝ່າຍ​ຈະ​ສືບ​ຕໍ່​​ພະຍາຍາມຮ່ວມ​ກັນ ​ເສີມ​ຂະຫຍາຍ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາຕາກຳ​ທີ່​ມີ​ຄວາມ​ໝາຍ​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ-ກຳປູ​ເຈຍ ​ເພື່ອ​ບັນລຸ​ການ​ພັດທະນາ​ແລະຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ.

ມື້​ດຽວ​ກັນ, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ແລະ ທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ ຕ່າງ​ກໍ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ແກ່​ກັນ​ເຊັ່ນ​ດຽວ​ກັນ.

ຄຳ​ເຫັນ

0