覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​​ຣິກາ​ກໍ່​ສົງ​ຄາມ​ການ​ຄ້າ​ແລະ​ເປັນ​ປໍ​ລະ​ປັກ​ກັບ​ທົ່ວ​ໂລກ

2018-07-19 10:51:49 cri

ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ຢູ່​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 18 ກໍ​ລະ​ກົດ​ນີ້​ວ່າ: ອາ​ເມ​​ຣິ​ກາ​ກໍ່​ສົງ​ຄາມ​ການ​ຄ້າ​ຂຶ້ນ​ບໍ່​ພຽງ​ແຕ່​ມີ​ເຈດ​ຕະ​ນາ​ຕໍ່​ຈີນ​ເທົ່າ​ນັ້ນ ຍັງ​ຖື​ທົ່ວ​ໂລກ​ເປັນ​ສັດ​ຕູ ເຊິ່ງ​ຈະ​ແກ່​ດຶງໃຫ້ເສດ​ຖະ​ກິດ​ໂລກ​ເຂົ້າ​ສູ່​ສະ​ພາບ​ອັນ​ຕະ​ລາຍ.
 

​ຂ່າວ​ແຈ້ງວ່າ: ​ກາ​ນ​ກໍ່​ສົງ​ຄາມ​ການ​ຄ້າ​ຂອງອາ​ເມ​​ຣິກາ​ ​ພາ​ໃຫ້​ປະ​ຊາ​ຄົມ​ໂລກ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງກວ້າງ​ຂວາງ, ກຸ່ມ​ເສດ​ຖະ​ກິດ​ສຳ​ຄັນທີ່​ກ່ຽວ​ຂ້ອງ, ​ອົງ​ການ​ຈັດ​ຕັ້ງ​ທີ່​ມີ​ຊື່​ສຽງ​ໃນ​ສາ​ກົນ​ແລະ​ບໍ​ລິ​ສັດ​ຂ້າມ​ຊາດ​ທັງຫຼາຍ​ພາ​ກັນ​ສະ​ແດງ​ຄວາມ​ກັງ​ວົນ​ຢ່າງ​ຍິ່ງ​ຕໍ່​ເລື່ອງ​ນີ້. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ກໍ​ລະ​ກົດ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ​ໄດ້​ປະ​ກອບ​ຄວາມ​ເຫັນ​ໂດຍ​ຊີ້​ອອກວ່າ:“ການ​ກໍ່​ສົງ​ຄາມ​ການ​ຄ້າ​ເພື່ອ​ການ​ເມືອງ​ພາຍ​ໃນ​ແລະ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ເປັນ​ການ​ກະ​ທຳ​ແບບ​ລັດ​ທິ​ຝ່າຍ​ດຽວ​ແລະ​ແນວ​ຄິດແຂ່ງ​ຂັນ​ແບບ​ຕ້ອງ​ມີ​ຝ່າຍ​ໄດ້​ຝ່າຍ​ເສຍທີ່​ອາດ​ນຳ​ມາ​ເປັນ​ຕົວ​ຢ່າງ​ໄດ້, ເຊິ່ງ​ເປັນ​ການ​ຖອຍຫຼັງ​ຮອບ​ດ້ານ​ຄັ້ງ​ໜຶ່ງ​ໃນ​ດ້ານ​ກົດ​ລະ​ບຽບ​ສາ​ກົນ​ແລະ​ການ​ຄຸ້ມ​ຄອງ​ທົ່ວ​ໂລກ​ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​ສິ້ນ​ສຸດ​ລົງ​ເປັນ​ຕົ້ນ​ມາ, ຖ້າ​ຫາກ​ປ່ອຍ​ໃຫ້​ຂະ​ຫຍາຍ​ຕົວ​ຕໍ່​ໄປ ກໍ​ຈະ​ສ້າງ​ຜົນ​ເສຍ​ຫາຍ​ເລິກ​ເຊິ່ງກວ່າ​ເກົ່າ​ໃຫ້​ແກ່​ເສດ​ຖະ​ກິດ​ໂລກ ເຊິ່ງ​ເປັນ​ເລື່ອງ​ທີ່​ໜ້າ​ເປັນ​ຫ່ວງຫຼາຍ. ”


ອົງ​ການ​ຮ່ວມ​ມື​ແລະ​ພັດ​ທະ​ນາເສດ​ຖະ​ກິດ(OECD)​ໄດ້​ຄາດ​ຄະ​ເນ​ວ່າ: ໄປ​ພ້ອມໆ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ຂຶ້ນ​ພາ​ສີ, ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຈະຫຼຸດ​ລົງ 1,4%. ສະ​ຖາ​ບັນ​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ກໍ​ຄາດ​ຄະ​ເນ​ວ່າ, ສົງ​ຄາມ​ການ​ຄ້າ​ຈະ​ເຮັດ​ໃຫ້​ຊາວ​ອາ​ເມ​ຣິ​ກາ 6 ແສນ​ຄົນ​ຫວ່າງ​ງານ, ກຳ​ມະ​ກອນ,ຊາວ​ກະ​ສິ​ກອນ​ແລະ​ຜູ້​ບໍ​ລິ​ໂພກ​ອາ​ເມ​ຣິ​ກາ​ລ້ວນ​ແຕ່​ຈະ​ໄດ້​ຮັບ​ສະ​ທ້ອນ​ແນ່ນອນ.

ຄຳ​ເຫັນ

0