徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ຊາ​ຊ່ວຍ​​ໃຫ້​ບ້ານ​ເຫີ​ທາວ​ປ້າ​ຫຼຸດ​ພົ້ນ​ຈາກ​ຄວາມ​ທຸກ​ຍາກ

2018-07-23 17:23:16 cri

图片默认标题_fororder___172.100.100.3_temp_9500033_1_9500033_1_1_024bfdb7-2657-4beb-99f1-f7c3aa54a2a2

ຕາມ​ຂ່າວCRI:ໃນເດືອນ​ກໍ​ລະ​ກົດ​ນີ້​ເມື່ອ​ກ້າວ​ເຂົ້າ​ໃນ​ບ້ານ​ເຫີ​ທາວ​ປ້າ​ຕາມ​ຖະ​ໜົນ​ເມີຍ​ຈ່ຽງ​ເມືອງ​ເມີຍ​ທານ, ສິ່ງ​ທີ່​ເຫັນ​ໄດ້​ທັນ​ທີ​​ແມ່ນ​ເສັ້ນ​ທາງແລະ​ສິ່ງ​ກໍ່​ສ້າງ​ຕ່າງໆ​ທີ່​ສະ​ອາດງາມ​ຕາ, ໃບ​ຊາ​ຂຽວ​ອຸ່ມ​ທຸ່ມ​ຢູ່​ທົ່ວ​ພູ. ບ້ານ​ເຫີ​ທາວ​ປ້າ​ເຄີຍ​ເປັນ​ບ້ານ​ທຸກ​ຍາກ, ແຕ່​ວ່າ​ດຽວ​ນີ້​ໄດ້​ກາຍ​ເປັນ “ບ້ານ​ຕົວ​ແບບ​​ການ​ທ່ອງ​ທ່ຽວ​ກະ​ສິ​ກຳ​ທົ່ວ​ປະ​ເທດ”, ມີ​ຊື່​ສຽງ​ດົງ​ດັງ​ເປັນ “ບ້ານ​ຊ່ຽວ​ຊານ​ໃບ​ຊາ​ຊີ​ວະ​ຊາດ​ໃນ​ພາກ​ຕາ​ເວັນ​ຕົກ​ຈີນ”.

图片默认标题_fororder___172.100.100.3_temp_9500033_1_9500033_1_1_99859de4-175a-41af-a90e-1c9c5fbf55dd

图片默认标题_fororder___172.100.100.3_temp_9500033_1_9500033_1_1_6b70f3a5-a938-4c1e-9e57-ea9185d31524

   ໃນ​ຊຸມ​ປີ 1980,  ບ້ານ​ເຫີ​ທາວ​ປ້າ​ຍັງ​ແມ່ນ​ບ້ານ​ຮ່ອມ​ພູ​ທີ່​ທຸກ​ຍາກ​ແຫ່ງ​ໜຶ່ງ, ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນຕໍ່​ປີ​ມີ​ພຽງ​ແຕ່​ 600 ຢວນ, ຮອດ​ປັດ​ຈຸ​ບັນ​ນີ້​ໄດ້​ບັນ​ລຸ​ເກືອບ 17000 ຢວນ. ເມື່ອ​ຫ​ສນ​ຄືນ​ທ້າຍ​ຊຸມ​ປີ 1980 ບ້ານ​ເຫີ​ທາ​ວ​ປ້າ​ເລີ່ມ​ປູກ​ໃບ​ຊ​າແລ້ວ, ເມື່ອ​​ເວ​ລາຜ່ານ​ໄປ 30 ກວ່າ​ປີ, ບ້ານ​ເຫີ​ທາວ​ປ້າ​ທີ່​ເຄີຍ​ເປັນ​ບ້ານ​ທຸກ​ຍາກ​ໃນ​ເມື່ອ​ກ່ອນ​ກາຍ​ເປັນ​ບ້ານ​ວິ​ຊາ​ສະ​ເພາະ​ໃບ​ຊາ​ທີ່​ມີ​ຊື່​ສຽງ​ດົງ​ດັງ​ໃນ​ທົ່ວ​ແຂວງ​ແລະ​ທົ່ວ​ປະ​ເທດ. ໂຮງ​ແຮມ​ໃນ​ບ້ານ, ສາ​ມາດ​ຮັບ​ແຂກ​ທີ່​ມາ​ຈາກ​ທົ່ວ​ປະ​ເທດ. ທ່ານ​ເສີນ ທີງ ໝິງ, ເລ​ຂາ​ພັກ​ບ້ານບ​ອກກັບ​ນັກ​ຂ່າວ​ວ່າ, ບ້ານ​ເຮີ​ທາວ​ປ້າ​ໄດ້ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ປະ​ມານ 7 ໝື່ນ​ຄົນ​ໃ​ນ​ແຕ່​ລະ​ປີ.

图片默认标题_fororder___172.100.100.3_temp_9500033_1_9500033_1_1_c620750d-2e96-44df-b615-3d0086362c6e

图片默认标题_fororder___172.100.100.3_temp_9500033_1_9500033_1_1_3118e62f-a04f-4ee6-acd7-33638f104987

 

 

 

ຄຳ​ເຫັນ

0