蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່າ​ນ​ສີ​ຈິ້ນ​ຜິງ​ເນັ້ນ​ວ່າ​ຈະ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມືບ​ຣິກ​ສ​ໃຫ້​ຍົກ​ລະ​ດັບ​ສູງ​ຂຶ້ນ ແລະ ເຮັດ​ໃຫ້​ປະ​ເທດບ​ຣິກ​ສ​ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວ​ມ​ກັນ

2018-07-26 16:11:48 CRI

图片默认标题_fororder_1123177193_15325405364301n

 

ວັນ​ທີ 25 ກໍ​ລະ​ກົດ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອຸດ​ສາ​ຫະ​ກຳ​ການ​ຄ້າ​ປະ​ເທດບ​ຣິກ​ສ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​​ໂຈ​ຮັນເນ​ສ​ເບີກ​ປະ​ເທດອ​າ​ຟ​ຣິ​ກາ​ໃຕ້​ຕາມ​ຄຳ​ເຊື້ອ​ເຊີນ ແລະ ​ໄດ້ກ່າວ​ປາ​ໄສ​​ທີ່ສຳ​ຄັນ​ທີ່​ມີ​ຫົວ​ຂໍ້​ວ່າ “ເດີນ​ໄປ​ຕາມ​ກະ​ແສ​ຂອງ​ຍຸກ​ສະ​ໄໝ ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ” ໂດຍ​​ທ່ານກ່າວ​ເນັ້ນ​ວ່າ, ປະ​ເທດບ​ຣິກ​ສ​ຄວນ​ເດີນ​ຕາມ​ກະ​ແສ​ຂອງ​ຍຸກ​ສະ​ໄໝ, ຍຶດ​ໝັ້ນຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ນຳ​ພາ​ດ້ວຍ​ການ​ປະ​ດິດ​ສ້າງ, ກ​ວມ​ລວມ, ​ເອື້ອ​ປະ​ໂຫຍດ​ຕໍ່​ກັນ, ຍຶດ​ໝັ້ນ​ລັດ​ທິຫຼາຍ​ຝ່າຍ, ເສີມ​ຂະ​ຫຍາຍ​ບົດ​ບາດ​ລັກ​ສະ​ນະ​ສ້າງ​ສັນ ເພື່ອ​ສ້າງ​ການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່ ແລະ ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, 10 ປີ​ຂ້າງ​ໜ້າຈະ​ເປັນ 10 ປີ​ຂໍ​ກະ​ແຈ​​ສຳ​ນ​ຄັນທີ່​ກຳ​ລັງ​​ຈະຊຸກ​ດັນ​ເສດ​ຖະ​ກິດ​ໃໝ່​ປ່ຽນ​ແທນ​ກຳ​ລັງ​ຊຸກ​ດັນ​ເສດ​ຖະ​ກິດ​ເກົ່າ​, ເ​ປັນ 10 ປີ​ທີ່​ສະ​ຖາ​ນະ​ການ​ສາ​ກົນ ແລະ ກຳ​ລັງ​ຝ່າຍ​ຕ່າງໆ​ມີ​ການ​ປ່ຽນ​ແປງ​ໄວ​ເຂົ້າ ແລະ ເປັນ 10 ປີ​ທີ່​ລະ​ບົບ​ປົກ​ຄອງ​ທົ່ວ​ໂລກ​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ. ຂ້າ​ພະ​ເຈົ້າ​ຄອງ​ຄອຍ​ຮ່ວມ​ກັນ​ກັບ​ຜູ້​ນຳ​ປະ​ເທດບ​ຣິກ​ສ, ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມືບ​ຣິກ​ສ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ໃນ​ກອງ​ປະ​ຊຸມ​​ໂຈ​ຮັນ​ເນ​ສ​ເບີກ, ກຳ​ໂອ​ກາດ​ພັດ​ທະ​ນາ​ໃຫ້​ດີ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຕ່າງໆ​ນາໆ, ເສີມ​ຂະ​ຫຍາຍ​ບົດ​ບາດທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ ເພື່ອ​ສ້າງ​ການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່ ແລະ ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ໃຫ້​ຂໍ້​ສະ​ເໜີ​ດັ່ງ​ນີ້:

1, ຍຶດ​ໝັ້ນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສ້າງ​ສາ​ເສດ​ຖະ​ກິດ​ແບບ​ເປີດ​ປະ​ຕູ.

2, ຍຶດ​ໝັ້ນ​​ແນວ​ທາງນຳ​ພາ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ແລະ ກຳ​ໂອ​ກາດ​ການ​ພັດ​ທະ​ນາ​ໃຫ້​ດີ.

3, ຍຶດ​ໝັ້ນ​ຫຼັກ​ການກວມ​ລວມ ແລະ ​ເອື້ອ​ປະ​ໂຫຍດ​ຕໍ່​ກັນ ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ.

4, ຍຶດ​ໝັ້ນ​ລັດ​ທິຫຼາຍ​ຝ່າຍ ແລະປັບ​ປຸງ​ລະ​ບົບ​ປົກ​ຄອງ​ທົ່ວ​ໂລກ​ໃຫ້​ສົມ​ບູ​ນ​ຂຶ້ນ.

图片默认标题_fororder_1123177193_15325405365171n

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຕື່ມ​ວ່າ, ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ເປັນ​ຂົງ​ເຂດ​ທີ່​ສຳ​ຄັນ​ທີ່​ສຸດ ແລະ ມີ​ໝາ​ກ​ຜົນ​ອຸ​ດົມ​ສົມ​ບູນ​ທີ່​ສຸດ​ໃນ​ການ​ຮ່ວມ​ມືບ​ຣິກ​ສ. ວົງ​ການ​ອຸດ​ສາ​ຫະ​ກຳ​ການຄ້າ​ແມ່ນ​ວົງ​ການ​ໃໝ່ ແລະ ວົງ​ການຫຼັກ​ແຫຼ່ງ​ໃນ​ການ​ຮ່ວມ​ມື​ເສດ​ຖະ​ກິດບ​ຣິກ​ສ. ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈະ​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນໃນ​ຂະ​ບວນ​ການ​​ເປີດ “ທົດ​ສະ​ວັດ​ຄຳ” ຄັ້ງທີ 2 ຂອງ​ການ​ຮ່ວມ​ມືບ​ຣິກ​ສ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ນັກ​ທຸ​ລະ​ກິດ​ບັນ​ດາ​ທ່ານ​ສາ​ມາດ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຕົນ​ຢ່າງ​ເຕັມ​ສ່ວນ, ກ້າ​ປະ​ຕິ​ຮູບ, ກ້າ​ປະ​ດິດ​ສ້າງ​ໃໝ່, ຄວນ​ພິ​ຈາ​ລະ​ນາ​ເຖິງ​ຜົນ​ປະ​ໂຫຍດ​ທາງ​ເສດ​ຖະ​ກິດ ແລະ ຜົນ​ປະ​ໂຫຍດ​ທາງ​ສັງ​ຄົມ​ພ້ອມ​ກັນ, ຊຸກ​ຍູ້​ໃຫ້ 5 ປະ​ເທດ​ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ຄຳ​ເຫັນ

0