吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ພົບ​ປະ​ກັບນາຍົກ​ລັດຖະມົນຕີ​ໂມຣີຕຸ​ດສ໌

2018-07-29 15:43:07 CRI

ວັນ​ທີ 28 ກໍລະກົດ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານປະ​ເທດ​ຈີນ​ໄດ້​ຢ້ຽມຢາມ​ໂມຣີຕຸ​ດສ໌ ​ແລະ​ພົບ​ປະ​ກັບ​ທ່ານພຣະວິນ​ດ໌ ຈາກ​ນາດ ນາຍົກລັດຖະມົນຕີ​ໂມຣີຕຸ​ດສ໌.

ທ່ານ​ສີຈິ້ນ​ຜິ​ງ​ໄດ້ຕີ​ລາຄາ​ສູງ​ຕໍ່​ໝາກຜົນ​ທີ່ບໍ່​ທຳ​ມະ​ດາ​ທີ່​ໂມຣີຕຸ​ດສ໌​ໄດ້​ຮັບ​ນັບ​ແຕ່​ການເປັນ​ເອກະລາດ​ 50 ປີຜ່ານມາ ​ແລະ​​ຍ້ອງ​ຍໍ​ຊົມ​ເຊີຍ​ລັດ​ຖະບານ​ໂມຣີຕຸ​ດສ໌ທີ່​ຍຶດໝັ້ນ​ປະຕິບັດນ​ະ​ໂຍບາຍ​ທີ່​ມີ​ມິດຕະພາບ​ຕໍ່​ຈີນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ທ່ານ​ຊີ້​ໃຫ້​ເຫັນ​ວ່ານັບ​ແຕ່​ການ​ສ້າງສາຍສຳພັນ​ການ​ທູດ​ 46 ປີຜ່ານມາ, ສອງ​ຝ່າຍຈີນ-​ໂມຣີຕຸ​ດສ໌​ໄດ້​ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມື​ດ້ານ​ຂົງ​ເຂດ​ຕ່າງ​ໆ​ກໍ​​ໄດ້ຮັບ​ໝາກຜົນຢ່າງ​ຫຼວງຫຼາຍ. ຈີນ​ຍິນ​ດີ​ເປັນ​​ເພື່ອນ​ມິດ​ທີ່​ດີ ​ແລະ​ຄູ່​ຮ່ວມ​ທີ່​ດີ​ກັບ​ໂມຣີຕຸ​ດສ໌ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຊຸກຍູ້​ສາຍ​ພົວພັນ​ມິດ​ຕະພາບ​ ​ແລະ​ການຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ​ໃຫ້ກ້າວ​ເຂົ້າ​ສູ່​ລະດັບ​ໃໝ່ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ສີຈິ້ນ​ຜິ​ງກ່າວ​ຕື່ມ​ວ່າ: ຈີນ ​ແລະ​ອາ​ຟຣິກາ​ເປັນ​ປະຊາ​ຄົມ​ຮ່ວມ​ຊາຕາກຳ ​ແລະ​​ເປັນ​ຄູ່ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ​ບໍ່ວ່າສະຖານະ​ການ​ສາກົນ​ຈະ​ມີ​ການ​ປ່ຽນ​ແປງ​ແນວ​ໃດ, ຫຼື​ວ່າ​ຈີນຈະ​ພັດທະນາຮອດ​ລະດັບ​ໃດ​ກໍ​ຕາ​ມ, ຈີນຈະ​ຢູ່​ກໍ​ຮ່ວມ​ກັບ​ບັນດາ​ປະ​ເທດ​ທີ່​ກຳລັງ​ພັດທະນາ ຄື ບັນດາ​ປະ​ເທດ​ອາ​ຟຣິກາ ​ແລະ​ອື່ນໆ ​ແລະ​ເປັນ​ເພື່ອນ​ມິດ​ຢ່າງ​ຈິງ​ໃຈ ​ແລະ​ຄູ່​ຮ່ວມ​ທີ່​ໄວ້​ໃຈ​ໄດ້​ຂອງ​ອາ​ຟຣິກາ​ຈົນ​ເທົ່າ​ໃດໆ.

ທ່ານ​ຈາກ​ນາດ​ໄດ້ສະ​ແດງ​ຄວາມຍິນ​ດີ​ຕ້ອນຮັບອີກ​ເທື່ອ​ໜຶ່ງ​ຕໍ່​ທ່ານ​ສີ​ຈິ້ນ​ຜິ​ງ ປະ​ທານ​ປະ​ເທດ​ຈີນ​ມາ​ຢ້ຽມຢາມສັນທະ​ວະ​​ໄມຕີ​ໂມຣີຕຸ​ດສ໌ ​ເຊິ່ງ​ເປັນ​ການ​ຢ້ຽມຢາມ​ຄັ້ງ​ປະ​ຫວັດ​ສາດ ​ແລະ​ກ່າວ​ວ່າ: ປະ​ເທດ​ຕົນ​ຂອບ​ອົກ​ຂອບ​ໃຈ​ການ​ສະໜັບ​ສະ​ໜູນ ​ແລະ​ການ​ຊ່ວຍ​ເຫຼືອຢ່າງ​ແຂງ​ແຮງ​ຂອງ​ຈີນ​ໃນ​ໄລຍະດົນ​ນານ​ມາ​ນີ້, ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ກາ​ນພັດທະນາ​ຂອງ​ຈີນ ​ທີ່​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ສະ​ໄໝ​ໃໝ່, ​ເຄົາລົບນັບຖື​ໝາກຜົນ​ຍິ່ງ​ໃຫຍ່ຂອງ​ຈີນ​ ​ແລະ​ຕີ​ລາຄາ​ສູງ​ຕໍ່ຄວາມ​ຄຶດ​ເຫັນການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ​ທີ່ສະ​ເໜີ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ. ​ໂມຣີຕຸ​ດສ໌ຈະ​ສືບຕໍ່​ເດັດດ່ຽວ​ປະຕິບັດ​ຕາມ​ນະ​ໂຍບາຍ​ປະ​ເທດ​ຈີນ​ດຽວ, ຍິນ​ດີ​ຕ້ອນຮັບ​ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​​ໜຶ່ງ​ເສັ້ນທາງ” ​ແລະ​ຍິນ​ດີ​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ຈີນ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

 

图片默认标题_fororder_u=2771552642,3784044222&fm=173&app=25&f=JPEG

ຄຳ​ເຫັນ

0